(ທ່ານເລຮົ່ງແອງ, ກຳມະການກົມການເມືອງ)
(vovworld) - ຕອນເຊົ້າວັນທີ 15/03, ທ່ານເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາ ແລະ ຄະນະປະຕິບັດງານສູນກາງພັກ ໄດ້ມີການເຮັດວຽກກັບຕາແສງ ນາມແອງ, ເມືອງນາມດ່ານ, ແຂວງ ເງ້ອານ. ທ່ານ ເລຮົ່ງແອງ ເນັ້ນໜັກວ່າ, ເມືອງນາມດ່ານ ຄວນສຸມໃສ່ຍູ້ແຮງການພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ. ເມືອງນາມດ່ານ ຕ້ອງນຳບັນດາຜົນລະປູກ, ສັດລ້ຽງທີ່ມີມູນຄ່າເຂົ້າໃນການຜະລິດເພື່ອສ້າງບາດກ້າວບຸກທະລຸ; ສຸມໃສ່ເປັນພິເສດຍູ້ແຮງໂຄງການກໍ່ສ້າງຊົນນະບົດໃໝ່. ພ້ອມກັນນັ້ນ, ຕ້ອງເອົາໃຈໃສ່ເຖິງວຽກງານກໍ່ສ້າງພັກ, ສ້າງແຫຼ່ງພະນັກງານ ແລະ ບຳລຸງສ້າງພະນັກງານ. ກ່ອນໜ້ານັ້ນ, ຄະນະປະຕິບັດງານໄດ້ໄປຖະຫວາຍທູບທຽນອາໄລຫາປະທານໂຮ່ຈິມິນ ຢູ່ເຂດປູຊະນີຍະສະຖານ ກິມລຽນ.