(VOVWORLD) -ຕອນເຊົ້າວັນທີ 5 ກັນຍາ, ທ່ານນາງ ຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່ ຢູ່ ໂຮງຮຽນມັດທະຍົມຕອນປາຍທ໊າບເມື່ອຍ ແຂວງດົງທ໊າບ.
ທ່ານນາງ ຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມກ່າວຄຳເຫັນທີ່ພິທີໄຂສົກຮຽນ |
ກ່າວຄຳເຫັນທີ່ພິທີໄຂສົກຮຽນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມໄດ້ເນັ້ນໜັກວ່າ, ອາຈານ, ພະນັກງານຄຸ້ມຄອງການສຶກສາແຕ່່ລະຄົນຕ້ອງທຸ້ມເທຢ່າງສຸດອົກສຸດໃຈເພື່ອລຸ້ນໜຸ່ມ, ມີຫົວຄິດປະດິດສ້າງໃນການປະຕິບັດວຽກງານ, ສຸດອົກສຸດໃຈເພື່ອນັກຮຽນທີ່ຕົກຮັກແພງສົມກັບເປັນຄູອາຈານທີ່ເປັນແບບຢ່າງ, ມີຄຸນນະພາບທີ່ດີ, ເກັ່ງດ້ານວິຊາສະເພາະ, ເປັນແບບຢ່າງທີ່ແທ້ຈິງ ເພື່ອໃຫ້ນັກຮຽນປະຕິບັດຕາມ.
ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນ ຖືວ່າສົກຮຽນ 2019-2020, ຂະແໜງສຶກສາແລະບຳລຸງສ້າງທົ່ວປະເທດ ຕ້ອງສືບຕໍ່ຊາບຊຶມບັນດາແຜນນະໂຍບາຍຂອງພັກ, ລັດກ່ຽວກັບ “ການສືບຕໍ່ປ່ຽນແປງໃໝ່ການຄຸ້ມຄອງແລະຍົກສູງຄຸນນະພາບການສຶກສາ” ຢ່າງເລິກເຊິ່ງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການສ້າງຫ້ອງຮຽນຊາວໜຸ່ມທີ່ເປັນກຳລັງແຮງພົນລະເມືອງໃໝ່ໃຫ້ນັບມື້ນັບດີຂຶ້ນກວ່າອີກ, ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບແລະ ບຳລຸງສ້າງຜູ້ເກັ່ງກ້າສາມາດໃຫ້ແກ່ປະເທດຊາດໃນສະໄໝຫັນປະເທດເປັນປະເທດອຸດສະຫະກຳ, ທັນສະໄໝແລະເຊື່ອມໂຍງເຂົ້າກັບສາກົນ.
“ທຸກຂະແໜງການເພີ່ມທະວີການປ່ຽນແປງໃໝ່ໃນການຄຸ້ມຄອງແລະຍົກສູງຄຸນນະພາບການສຶກສາຕໍ່ກັບບັນດາມາດຕະການທີ່ເໝາະສົມ, ຜັນຂະຫຍາຍບັນດາມາດຕະການຍົກສູງຄຸນນະພາບການສຶກສາຢ່່າງຄົບຊຸດພິເສດແມ່ນດ້ານການສຶກສາຄຸນສົມບັດ, ບຸກຄະລິກກະພາບແລະທັກສະການດຳລົງຊີວິດໃຫ້ແກ່ນັກຮຽນ. ເອົາໃຈໃສ່ ແລະລົງທຶນໃສ່ການພັດທະນາບັນດາຖັນແຖວຄູອາຈານ, ພະນັກງານຄຸ້ມຄອງການສຶກສາ. ປະຕິບັດບັນດາມາດຕະການໂດຍເພື່ອແນໃສ່ການປ່ຽນແປງໃໝ່ຂອງວຽກງານຄຸ້ມຄອງການສຶກສາທຸກຂັ້ນ”