ທ່ານນາງດັ້ງທິງອັກທິ້ງ ຜູ້ຮັກສາການປະທານປະເທດຕ້ອນຮັບຄະນະວິສາຫະກິດຂະຫນາດກາງແລະນ້ອຍຫວຽດນາມ

(VOVWORLD) -ເນື່ອງໃນໂອກາດສະເຫລີມສະຫລອງວັນນັກທຸລະກິດຫວຽດນາມ (13 ຕຸລາ), ຕອນບ່າຍວັນທີ 12 ຕຸລາ, ຢູ່ທຳນຽບປະທານປະເທດ ທ່ານນາງ ດັ້ງທິງອັກທິ້ງ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນນັກທຸລະກິດຂະຫນາດກາງ ແລະ ນ້ອຍຫວຽດນາມ. 

ນີ້ແມ່ນບັນດາວິສາຫະກິດ, ນັກທຸລະກິດ ໄດ້ຕັ້ງຫນ້າຕອບສະຫນອງ, ຫນູນຊ່ວຍພວກນ້ອງນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ຜ່ານກອງທຶນອຸປະກະລະເດັກນ້ອຍຫວຽດນາມທຸກຂັ້ນ ແລະ ໂຄງການຮັບປະກັນຊີວິດສັງຄົມໃນທົ່ວປະເທດ.

ກ່າວຄຳເຫັນນະທີ່ນີ້ ທ່ານນາງ ດັ້ງທິງອກທິ້ງ ມີຄວາມປິຕິຊົມຊື່ນກ່ຽວກັບໂຄງຮ່າງການຈັດຕັ້ງກົງຈັກສະຫະສະມາຄົມວິສາຫະກິດຂະຫນາດກາງ ແລະ ນ້ອຍ ຫວຽດນາມ ໄດ້ຮັບການບູລະນະເທື່ອລະກ້າວ ແລະ ມີບັນດາບາດກ້າວພັດທະນາສຳຄັນ, ລະບົບບັນດາອົງການສາຂາຈາກສູນກາງ ລົງຮອດທ້ອງຖິ່ນໄດ້ຮັບການສ້າງຕັ້ງ ແລະ ເຂົ້າເຄື່ອນໄຫວນັບມື້ນັບມີປະສິດທິຜົນ. ຄຽງຄູ່ກັນນັ້ນ ບັນດາວິສາຫະກິດຂະຫນາດກາງ ແລະ ນ້ອຍ ຍາມໃດກໍ່ຕັ້ງຫນ້າເຂົ້າຮ່ວມບັນດາການເຄື່ອນໄຫວຮັບປະກັນຊີວິດສັງຄົມ, ການເຄື່ອນໄຫວວົງຄະນາຍາດ, ຂະບວນການຕອບບຸນແທນຄຸນ, ລົບລ້າງຄວາມອິດຫິວຫລຸດຜ່ອນຄວາມທຸກຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ