ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນຖະຫວາຍທູບທຽນອາໄລຫາປະທານໂຮ່ຈິມີນ

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນຖະຫວາຍທູບທຽນອາໄລຫາປະທານໂຮ່ຈິມີນ - ảnh 1
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ ຫງວຽນ​ທິກ​ີມ​ເງິນ
ໄປ​ຖະ​ຫວາຍ​ທູບ​ທຽນ ອາ​ໄລ​ຫາ​ປະ​ທານ​ໂຮ່​ຈິ​ມີນ
ພາບ: TTXVN

(vovworld)- ​ ​​​​ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີ​ມ​ສະ​ຫລອງ 71 ປີ​ແຫ່ງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ, ວັນ​ຊາດ​ທີ 2/9 ແລະ 47 ປີ​ແຫ່ງວັນ​ທ່ານ​ປະ​ທານ​ໂຮ່​ຈິ​ມີນ​ເຖິງ​ແກ່​ມໍ​ລະ​ນະ​ກຳ ແລະ​ກໍ​ແມ່ນ 47 ປີ​ແຫ່ງວັນ​ປະ​ຕິ​ບັດ​ພິ​ໄນ​ກຳຂອງ​ເພີ່ນ, ຕອນ​ເຊົ້າ​ວັນ​ທີ 23/8, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ ຫງວຽນ​ທິກ​ີມ​ເງິນ ແລະ ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​ໄປ​ຖະ​ຫວາຍ​ທູບ​ທຽນ ອາ​ໄລ​ຫາ​ປະ​ທານ​ໂຮ່​ຈິ​ມີນ ຢູ່ ເຮືອນ​ເລກ​ທີ 67 ຂຶ້ນ​ກັບ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ທານ​ໂຮ່​ຈິ​ມີນ ໃນ​ຂອບ​ເຂດ​ທຳ​ນຽບ​ປະ​ທານ​ປະ​ເທດ. ເມື່ອ​ໂອ້​ລົມ​ກັບ​ພະ​ນັກ​ງານ, ລັດ​ຖະ​ກອນ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ, ທ່ານ​ນາງ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງິນ ປາດ​ຖະ​ຫນາ​ວ່າ: ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ຈະ​ສືບ​ຕໍ່​ປະ​ຕິ​ບັດ​ຫນ້າ​ທີ່​ທີ່​ໄດ້​ຮັບ​ການມອບ​ໝາຍ​ເປັນ​ຢ່າງ​ດີ, ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ໃນ​ການ​ຮັກ​ສາ​ບັນ​ດາ​ວັດ​ຖຸ​ພັນທີ່​ຕິດ​ພັນ​ກັບ​ຊີ​ວິດ​ແຫ່ງ​ການ​ເຄື່ອນ​ໄຫວ​​ປະ​ຕິ​ວັດຂອງ​ປະ​ທານ​ໂຮ່​ຈິ​ມີນ​ເພື່​ອ​ແນະ​ນຳ​ໃຫ້​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ ແລະ ເພື່ອນ​ມິດ, ນັກ​ທ່ອງ​ທ່ຽວ​ສາ​ກົນ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ຊີ​ວິດ ແລະ ພາ​ລະ​ກິດ​ຂອງ​ປະ​ທານ​ໂຮ່​ຈິ​ມີນ. ​ທ່ານ​ນາງ ຫງວຽນ​ທິ​ກີມ​ເງິນ ຊີ້​ແຈ້ງວ່າ: ​ເຂດປູ​ຊະ​ນີ​ຍະ​ສະ​ຖານປະ​ທານ​ໂຮ່​ຈິ​ມີນ ບໍ່​ພຽງ​ແຕ່​ແມ່ນ​ສະ​ຖານ​ທີ່​​ມາ​ຢ້ຽມ​ຢາມ ​ເທົ່າ​ນັ້ນຫາກ​ຍັງ​ມີ​ຄວາມ​ໝາຍ​ສັກ​ກະ​ລະ​ບູ​ຊາ, ແມ່ນ​ບ່ອນ​ເພື່ອ​ອາ​ໄລ​ຫາ, ຊອກ​ຮູ້ ແລະ ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ອັນ​ໃຫຍ່​ຫລວງ​ຂອງ​ປະ​ທານ​ໂຮ່​ຈິ​ມີນ​ສຳ​ລັບ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ພັກ, ຂອງ​ຊາດ ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ