ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນເປັນປະທານກອງປະຊຸມຊາບຊືມບັນດາມະຕິສູນກາງຄັ້ງທີ4

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນເປັນປະທານກອງປະຊຸມຊາບຊືມບັນດາມະຕິສູນກາງຄັ້ງທີ4 - ảnh 1
​ກອງ​ປະ​ຊຸມ​ຊາບ​ຊືມ​ບັນ​ດາ​ມະ​ຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 

(vovworld)- ຕອນ​ເຊົ້າ​ວັນ​ທີ 26/12, ທີ່​ຫໍ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ, ອົງ​ຄະ​ນະ​ພັກ​ສະ​ພາ​ແຫ່ງ​ຊາດ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຊາບ​ຊືມ​ບັນ​ດາ​ມະ​ຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 12. ນະ​ທີ່ນີ້, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງິນ ເນັ້ນ​ຫນັກ​ວ່າ: ໃນ​ສະ​ພາບ​ການ​ປະ​ຈຸ​ບັນ, ວຽກ​ງານກໍ່​ສ້າງ​ພັກ, ປັບ​ປຸງ​ພັກ ແມ່ນ​ຫນ້າ​ທີ່​ຫລັກ​ແຫລ່ງ​ເພື່ອ​ປັບ​ປຸງ, ເສີມ​ຂະ​ຫຍາຍ​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ. ເຖິງ​ຢ່າງ​ໃດ​ກໍ​ຕາມ,ເພື່ອ​ປັບ​ປຸງ ແລະ ເພ​ີ່ມ​ທະ​ວີ​ການ​ຊີ້​ນຳ​ນຳ​ພາ ພັກ​ເອງ​ຄວນ​ປ່ຽນ​ໃຫ​ມ່, ປັບ​ປຸງ​ດ້ວຍ​ຕົນ​ເອງ, ຕ້ອງ​ມີ​ຄວາມ​ປອດ​ໃສ, ຮອບ​ດ້ານ​ໃນ​ຫລາຍ​ດ້ານ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ, ກຳ​ລັງ​ຕໍ່​ສູ້​ຂອງ​ພັກ​ຢ່າງບໍ່​ຢຸດຢັ້ງ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຖື​ວ່າ​ ສຳ​ລັບ​ບັນ​ດາ​ສະ​ມາ​ຊິກ​ພັກ​ໃນ​ອົງ​ຄະ​ນະ​ພັກ​ສະ​ພາ​ແຫ່ງ​ຊາດ ຊື່ງ​ແມ່ນ​ອົງ​ການ​ເປັນ​ຕົວ​ແທນ​ສູງ​ສຸດ​ຂອງ​ປະ​ຊາ​ຊົນ, ພິ​ເສດ​ແມ່ນ​ຜູ້​ໃກ້​ຊິດ​ຕິດ​ແທດ​ກັບ​ປະ​ຊາ​ຊົນ, ພົບ​ປະ​ກັບ​ປະ​ຊາ​ຊົ​ນ​ເປັນ​ປະ​ຈຳ ນັ້ນ​ແມ່ນ​ສິ່ງ​ສະ​ດວກ​ພິ​ເສດ.


ຕອບກັບ

ຂ່າວ/ບົດ​ອື່ນ