ທ່ານນາງປະທານສະພາແຫ່ງຊາດເຂົ້າຮ່ວມພິທີໄຂວັນບຸນວັດທະນະທຳເຜົ່າຢ້າວທົ່ວປະເທດ

(VOVWORLD) -ຕອນຄ່ຳວັນທີ 29 ກັນຍາ ຢູ່ ນະຄອນ ຕວຽນກວາງ ໄດ້ໄຂວັນບຸນວັດທະນະທຳເຜົ່າຢ້າວທົ່ວປະເທດຄັ້ງທີ ຫນຶ່ງ ແລະ ງານບຸນນະຄອນ ຕວຽນກວາງປີ 2017. 
ທ່ານນາງປະທານສະພາແຫ່ງຊາດເຂົ້າຮ່ວມພິທີໄຂວັນບຸນວັດທະນະທຳເຜົ່າຢ້າວທົ່ວປະເທດ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນ ເຂົ້າຮ່ວມພິທີໄຂວັນບຸນວັດທະນະທຳ ເຜົ່າຢ້າວ

ກ່າວຄຳເຫັນທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ຖືວ່າ: ວັດທະນະທຳບັນດາເຜົ່າສ່ວນຫນ້ອຍ ແມ່ນມໍລະດົກອັນລ້ຳຄ່າ, ປະກອບສ່ວນສ້າງພື້ນຖານວັດທະນະທຳຫວຽດນາມ ອຸດົມສົມບູນ, ມີຫລາຍຮູບຫລາຍສີຂຶ້ນຕື່ມ. ໃນໄລຍະພັດທະນາໃຫມ່ຂອງປະເທດຊາດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຖືວ່າ:

        “ ຂະແຫນງການ ແລະ ທ້ອງຖິ່ນຂັ້ນຕ່າງໆ ຄວນເຊີດຊູ ແລະ ເສີມຂະຫຍາຍບົດບາດຂອງບັນດາອົງການວັດທະນະທຳໃນການອະນຸລັກຮັກສາ, ເສີມຂະຫຍາຍວັດທະນະທຳພື້ນເມືອງຂອງປະຊາຄົມບັນດາເຜົ່າ, ສ້າງທຸກເງື່ອນໄຂດີທີ່ສຸດເພື່ອແນໃສ່ຍົກສູງລະດັບການຊົມໃຊ້ ແລະ ເຂົ້າຮ່ວມການເຄື່ອນໄຫວປະດິດຄິດສ້າງວັດທະນະທຳຂອງປະຊາຄົມບັນດາເຜົ່າຢູ່ຫວຽດນາມ, ສົມທົບກັນຢ່າງກົມກຽວກ່ຽວກັບເລື່ອງອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກວັດທະນະທຳບັນດາເຜົ່າກັບບັນດາການເຄື່ອນໄຫວພັດທະນາເສດຖະກິດ, ການທ່ອງທ່ຽວແບບຍືນຍົງຢູ່ບັນດາທ້ອງຖິ່ນ.”

ຕອນເຊົ້າວັນດຽວກັນ ຢູ່ ນະຄອນຕວຽນກວາງ ໄດ້ດຳເນີນກອງປະຊຸມສຳມະນາດ້ວຍຫົວຂໍ້ “ການອະນຸລັກຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳເຜົ່າຢ້າວໃນສະພາບການເຊື່ອມໂຍງ ແລະ ພັດທະນາປະເທດຊາດ”

ເຜົ່າຢ້າວຢູ່ ຫວຽດນາມ ມີກວ່າ 750.000 ຄົນ ແລະ ດຳລົງຊີວິດຕົ້ນຕໍຢູ່ ບັນດາແຂວງ ພູພຽງ ແລະ ພູດອຍທາງພາກເຫນືອຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ