ທ່ານນາງປານີຢາທໍ່ຕູ້,ປະທານສະພາແຫ່ງຊາດສປປລາວສິ້ນສຸດການຢ້ຽມຢາມຫວຽດ​ນາມ

(VOVWORLD) -ໃນການຢ້ຽມຢາມຫວຽດນາມ, ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ລາວ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ເຂົ້າຮ່ວມການເຄື່ອນໄຫວຕ່າງໆ

ທ່ານນາງປານີຢາທໍ່ຕູ້,ປະທານສະພາແຫ່ງຊາດສປປລາວສິ້ນສຸດການຢ້ຽມຢາມຫວຽດ​ນາມ - ảnh 1 ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ລາວ ແລະ ທ່ານນາງ ຫງວຽນທິກີມເງິນ, ປະທານສະພາແຫ່ງຊາດຫວຽດນາມ ພ້ອມດ້ວຍຜູ້ແທນ

ພາບ: TTXVN

ຕອນບ່າຍວັນທີ 8 ກໍລະກົດ, ຄະນະຜູ້ແທນຂັ້ນສູງພັກ,ລັດ ແລະ ສະພາແຫ່ງຊາດ ສປປ ລາວ ໂດຍທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ສປປ ລາວ ນຳຫນ້າ ໄດ້ເດີນທາງອອກຈາກ ຮ່າໂນ້ຍ ສິ້ນສຸດການຢ້ຽມຢາມຫວຽດນາມ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວສະເຫລີມສະຫລອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ, 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວແຂວງ ເຊີນລາ ແຕ່ວັນທີ 3-8 ກໍລະກົດປີ 2017. ໃນການຢ້ຽມຢາມຫວຽດນາມ, ທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ລາວ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ເຂົ້າຮ່ວມການເຄື່ອນໄຫວຕ່າງໆເນື່ອງໃນໂອກາດປີສາມັກຄີມິດຕະພາບຫວຽດນາມ ລາວ ຢູ່ ແຂວງ ເຊີນລາ. ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ຖືວ່າ: ບັນດາການເຄື່ອນໄຫວ “ປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2017” ດຳເນີນໄປຢູ່ ແຂວງ ເຊີນລາ ມີຄວາມໝາຍທີ່ສຸດ, ສະແດງໃຫ້ເຫັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເວົ້າລວມ, ລະຫວ່າງ ແຂວງ ເຊີນລາ ແລະ ບັນດາແຂວງ ພາກເຫນືອຂອງລາວ ເວົ້າສະເພາະ. ທ່ານນາງ ປານີ ຢາທໍ່ຕູ້ ປາດຖະຫນາວ່າ ໃນໄລຍະຈະມາເຖິງ ແຂວງ ເຊີນລາ ສືບຕໍ່ຮ່ວມມື ແລະ ຊ່ວຍເຫລືອເຊິ່ງກັນ ແລະກັນກັບບັນດາແຂວງ ພາກເຫນືອຂອງລາວໃນທຸກຂົງເຂດ. 

ຕອບກັບ

ຂ່າວ/ບົດ​ອື່ນ