ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງເຈືອງທິມາຍເຮັດວຽກຢູ່St-Peperburg,ລັດເຊຍ
ທ່ານນາງ ເຈືອງທິມາຍ ໄດ້ຢ້ຽມຢາມ
ແລະ ເຮັດວຽກຢູ່ສະຖາບັນໂຮ່ຈີມິນ
(ພາບອິນເຕີແນັດ)
(vovworld) - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ສະຫະພັນ ລັດເຊຍ, ວັນທີ 14/09 ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ສະຖາບັນໂຮ່ຈີມິນ ທີ່ຂຶ້ນກັບມະຫາວິທະຍາໄລສັງລວມ St. Peterburg. ທີ່ການເຮັດວຽກ ທ່ານນາງ ເຈືອງທິມາຍ ໄດ້ຮັບຟັງສາດສະດາຈານ Vladimir Kolotov ຫົວໜ້າສະຖາບັນໂຮ່ຈີມິນ ລາຍງານກ່ຽວກັບວິວັດແຫ່ງການສ້າງຕັ້ງ ແລະ ພັດທະນາຂອງສະຖາບັນ. ຕາມທ່ານ ສາດສະດາຈານ Vladimir Kolotov ແລ້ວ, ນີ້ແມ່ນໂຄງການລວມລະຫວ່າງມະຫາວິທະຍາໄລສັງລວມ St. Peterburg ແລະ ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ທີ່ໄດ້ຮັບການປະຕິບັດນັບແຕ່ປີ 2010. ພາຍຫລັງເຄື່ອນໄຫວເປັນເວລາ 6 ປີ, ສະຖາບັນໂຮ່ຈີມິນ ໄດ້ສົມທົບກັບສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຈັດຕັ້ງກອງປະຊຸມສຳມະນາຕ່າງໆກ່ຽວກັບແນວຄິດໂຮ່ຈີມິນ, ເຕົ້າໂຮມພິມຈຳໜ່າຍເປັນປື້ມດ້ວຍ 2 ພາສາ ລັດເຊຍ ແລະ ຫວຽດນາມ.
ສ່ວນທ່ານນາງ ເຈືອງທິມາຍ ຕີລາຄາສູງຄວາມມານະພະຍາຍາມຂອງ ສາດສະດາຈານ Vladimir Kolotov ໃນການກໍ່ສ້າງສະຖາບັນ ໂຮ່ຈີມິນ. ສະຖາບັນ ໂຮ່ຈີມິນ ແມ່ນຂົວຕໍ່ດີທີ່ສຸດ ສືບຕໍ່ປະກອບສ່ວນສຳຄັນເຂົ້າໃນການພັດທະນາສາຍພົວພັນທີ່ເປັນມູນເຊື້ອຍາວນານມິດຕະພາບລະຫວ່າງ 2 ປະເທດ ຫວຽດນາມ - ສະຫະພັນ ລັດເຊຍ.