ທ່ານນາງຮອງປະທານປະເທດ ມອບຂອງຂວັນຄອບຄົວນະໂຍບາຍ

ທ່ານນາງຮອງປະທານປະເທດ ມອບຂອງຂວັນຄອບຄົວນະໂຍບາຍ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ລົງ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້ ບັນດາແມ່​ຫວຽດນາມ​ວິລະ​ຊົນຢູ່​ຕາ​ແສງ​ເຟືອງ​ຕູ໋
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 22/8, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ລົງ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້ 20 ຄອບຄົວ​ນະ​ໂຍບາຍ, ​ແມ່​ຫວຽດນາມ​ວິລະ​ຊົນ ​ແລະ ຜູ້​ມີ​ຄູນ​ງາມ​ຄວາມ​ດີ​ທີ່​ດີ​ເດັ່ນ​ຢູ່​ຕາ​ແສງ​ເຟືອງ​ຕູ໋, ​ເມືອງ​ອຶ໋ງຮ່ວາ, ນະຄອນ​ໂຮ່ຈີ​ມິນ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວັງ​ວ່າ, ບັນດາ​ຄອບຄົວ​ນະ​ໂຍບາຍ, ​ແມ່​ຫວຽດນາມ ວິລະ​ຊົນ​ເສີມ​ຂະຫຍາຍ​ມູນ​ເຊື້ອ, ​ເປັນ​ແບບຢ່າງ​ໃຫ້​ລູກ​ຫຼານ​ຮຳ່ຮຽນ​ຕາມ. ​ໃນ​ໂອກາດ​ນີ້, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ກໍ່​ມອບ​ທຶນ​ສຶກສາ​ໃຫ້​ນັກຮຽນທຸກ​ຍາກ ​ແຕ່​ຮຽນ​ເກັ່ງ 5 ຄົນ​.

ຂ່າວ/ບົດ​ອື່ນ