ທ່ານນາງຮອງປະທານປະເທດ ຫງວຽນທິຢວານ
ພົບປະກັນປະຊາຄົມຊາວຫວຽດນາມ ອາໄສຢູ່ຝລັ່ງ
(ພາບ: TTXVN)
(vovworld) – ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກຄັ້ງທີ 24, ວັນທີ 07/06, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ພົບປະ ແລະ ໂອ້ລົມກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ຢູ່ສຳນັກງານສະຖານທູດຫວຽດນາມ ປະຈຳຝລັ່ງ. ທ່ານນາງຮອງປະທານປະເທດ ຫງວຽນທິຢວາເຕື້ອງເຖິງສະຖຽນລະພາບດ້ານການເມືອງ ແລະ ເສດຖະກິດມະຫາພາກ, ການປ່ຽນໃໝ່ຢ່າງຮອບດ້ານ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງກວ້າງຂວາງຂອງປະເທດຊາດ, ພິເສດແມ່ນໃນ 6 ເປົ້າໝາຍສະຫັດສະວັດເຊິ່ງຫວຽດນາມ ບັນລຸໄດ້ ໃນນັ້ນເປົ້າໝາຍສະເໝີພາບລະຫວ່າງຍິງຊາຍແມ່ນເປົ້າໝາຍເຊິ່ງໄດ້ຮັບການຕີລາຄາສູງຈາກວົງຄະນະຍາດສາກົນ. ກ່ຽວຂ້ອງເຖິງເລື່ອງຈີນ ຕັ້ງຮ້ານເຈາະນ້ຳມັນໄຮຢາງ 981 ໃນເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບຂອງຫວຽດນາມ ຢ່າງຜິດກົດໝາຍ, ທ່ານນາງຮອງປະທານປະເທດ ຢືນຢັນວ່າ, ການກະທຳຂອງຈີນ ແມ່ນລ່ວງລ້ຳອະທິປະໄຕຂອງຫວຽດນາມ ແລະ ຖືກປະຊາຄົມໂລກກ່າວປະນາມຢ່າງຮຸນແຮງ. ທ່ານນາງຮອງປະທານປະເທດ ໄດ້ແນະນຳໃຫ້ຊາວຫວຽດນາມ ອາໄສຢູ່ຝລັ່ງ ພ້ອມກັບສະຖານທູດ ອະທິປາຍເພື່ອຊ່ວຍໃຫ້ບັນດາອົງການຈັດຕັ້ງ ສຳນັກງານ ແລະ ເພື່ອນມິດຝລັ່ງ ເຂົ້າໃຈເນື້ອແທ້ຂອງບັນຫາ; ຍາດແຍ່ງການສະໜັບສະໜູນຂອງເພື່ອນມິດສາກົນສຳລັບການຕໍ່ສູ້ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະຂອງຫວຽດນາມ.