ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິງ ມີການພົບປະເຈລະຈາກັບທ່ານຮອງປະທານາທິບໍດີ ອິນເດຍ

(VOVWORLD) -ໂດຍຮັບຄຳເຊີນຂອງທ່ານຮອງປະທານາທິບໍດີ ອິນເດຍ Venkaiah Naidu,ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິງ ໄດ້ໄປຢ້ຽມຢາມ ສ.ອິນເດຍ ລະຫ່ວາງ ວັນທີ 11-13 ກຸມພາ ຢ່າງເປັນທາງການ.
ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິງ ມີການພົບປະເຈລະຈາກັບທ່ານຮອງປະທານາທິບໍດີ ອິນເດຍ - ảnh 1 ທ່ານຮອງປະທານາທິບໍດີອິນເດຍ Venkaiah Naidu ແລະ ທ່ານນາງຮອງປະທານປະເທດ ຫວຽດນາມ  ດັ້ງທິງອັກທິງ (ພາບ: baoquocte.vn)

ໃນການພົບປະເຈລະຈາ ໃນວັນທີ 12 ກຸມພາ, ທ່ານຮອງປະທານາທິບໍດີ Venkaiah Naidu ແລະ ທ່ານນາງຮອງປະທານປະເທດ  ດັ້ງທິງອັກທິງ ໄດ້ປຶກສາຫາລືບັນດາມາດຕະການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກ່ວາອີກ, ເປັນຕົ້ນແມ່ນໃນບັນດາເສົາຄ້ຳສຳຄັນຄື ການປ້ອງກັນຊາດ, ການປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຢີ ແລະ ການພົບປະແລກປ່ຽນປະຊາຊົນ. ສອງຝ່າຍກໍ່ເຫັນດີເປັນເອກະພາບເພີ່ມທະວີການສົມທົບ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນໃຫ້ຫຼາຍກ່ວາອີກຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ແບ່ງປັນຫຼັກໝັ້ນ ແລະ ສົມທົບກັນຊຸກຍູ້ສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກບົນພື້ນຖານເຄົາລົບກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ