ທ່ານນາງຮອງປະທານປະເທດຫງວຽນທິຢວານ ມອບທຶນສຶກສາໃຫ້ນັກຮຽນທຸກຍາກແຂວງ ນາມດິ້ງ
(ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິຢວານ
ມອບທຶນສຶກສາໃຫ້ບັນດານັກຮຽນ)
(vovworld) – ຕອນບ່າຍວັນທີ 14/09, ສະມາຄົມສົ່ງເສີມການຮຽນແຂວງນາມດິ້ງ ໄດ້ຈັດພິທີມອບທຶນສຶກສາປີ 2014 ໃຫ້ບັນດານັກຮຽນ, ນັກສຶກສາທຸກຍາກແຕ່ຮຽນເກັ່ງ. ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ເຂົ້າຮ່ວມ ແລະ ມອບທຶນສຶກສາໃຫ້ບັນດານັກຮຽນ. ມີນັກຮຽນທຸກຍາກທີ່ບືນຕົວຂຶ້ນໃນການຮໍ່າຮຽນກວ່າ 1000 ຄົນໄດ້ຮັບທຶນສຶກສາດ້ວຍມູນຄ່າ 1,5 ລ້ານດົງ/ຄົນ. ໃນຈຳນວນບັນດານັກຮຽນໄດ້ຮັບທຶນສຶກສາ, ມີນັກຮຽນເປັນເດັກກ່ຳພ້າທັງພໍ່ ແລະ ແມ່, ເປັນລູກພະນັກງານ, ນັກຮົບພວມປະຕິບັດໜ້າທີ່ຢູ່ໝູ່ເກາະເຈື່ອງຊາ ແລະ ກຳລັງກວດກາການປະມົງ. ເນື່ອງໃນໂອກາດນີ້, ສະມາຄົມສົ່ງເສີມການຮຽນແຂວງນາມດິ້ງ ກໍ່ມອບທຶນສຶກສາ ເພື່ອຄວາມໄວ້ເນື້ອເຊື່ອໃຈ ໃຫ້ນັກສຶກສາ 5 ຄົນທີ່ປະສົບກັບຄວາມຫຍຸ້ງຍາກ ແຕ່ໄດ້ຮັບຜົນງານສູງໃນການຮໍ່າຮຽນ. ນັກສຶກສາແຕ່ລະຄົນໄດ້ຮັບທຶນສຶກສາ 11 ລ້ານດົງ/ປີ ໃນໄລຍະ 4 ປີ.