ທ່ານນາງຮອງປະທານປະເທດຫງວຽນທິຢວານຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີແຂວງດົ່ງທາບ

ທ່ານນາງຮອງປະທານປະເທດຫງວຽນທິຢວານຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີແຂວງດົ່ງທາບ - ảnh 1
ທ່ານນາງຮອງປະທານປະເທດຫງວຽນທິຢວານຕ້ອນຮັບ
ຄະນະຜູ້ແທນຜູ້ມີຄຸນງາມຄວາມດີແຂວງດົ່ງທາບ
(ພາບ: TTXVN)


(vovworld) – ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ແຂວງ​ດົ່ງ​ທາ​ບ ​ໃນຕ​ອນບ່າຍ​ວັນ​ທີ 21/08, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢວານ ຢືນຢັນ​ວ່າ: ປະ​ເທດ​ຊາດ​ບໍ່​ມີ​ວັນ​ຫຼົງ​ລືມບຸນຄຸນ​ຂອງ​ບັນດາ​ຜູ້​ທີ່​ເສຍ​ສະ​ຫຼ​ະເລືອດ​ເນື​້ອ, ບໍ່​ຫວາດ​ຫວັນ​ຕໍ່ຄວາມ​ຫຍຸ້ງຍາກ, ລຳ​ບາດໃນ​ສົງຄາມ, ​ໃຫ້​ທຳ​ການ​ຕໍ່ສູ້​ເພື່ອພື້ນຖານ​ເອກະລາດ ຂອງ​ປະ​ເທດ​ຊາດ. ​ໃນ​ໄລຍະ​ຜ່ານ​ມາ, ພັກ, ລັດ ​ໄດ​້ມີ​ບັນດາ​ນະ​ໂຍບາຍ, ລະບອບ​ເພື່ອ​ຕອບ​ບູນ​ແທນ​ຄຸນສ່ວນ​​ໃດ​ສ່ວນ​ໜຶ່ງ​ຂອງ​ຜູ້​ມີ​ຄຸນງາມຄວາມ​ດີ ​ແລະ ຄອບຄົວ​ຂອງ​ເຂົ້າ​ເຈົ້າ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ສະ​ເໜີ​ໃຫ້​ແຂວງ ດົ່ງ​ທາ​ບ ປະຕິບັດ​ບັນດາ​ລະ​ບອບ, ນະ​ໂຍບາຍ​ທີ່​ມີ​ຕໍ່​ຜູ້​ມີ​ຄຸນງາມຄວາມດີ​ຫຼາຍກ່ວາ​ອີກ, ​ປະຕິບັດ​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ, ທ້ອນ​ໂຮມ​ອັດຖິນັກຮົບທີ່​ໄດ້​ເສຍ​ສະ​ຫຼະຊີວິດ​ເພື່ອ​ຊາດ, ກໍ່ສ້້າງ ​ແລະ ສ້​ອມ​​ແປງ​ເຮື​ອນຊານ​ໃຫ້​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​​ຫຼາຍ​ກວ່າ​ອີກ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ປາດ​ຖະໜາ​ວ່າ, ບັນດາ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ ຈະ​ເປັນ​​ແບບຢ່າງ​ເພື່ອ​ສຶກສາອົບຮົມໃຫ້​​ລຸ້ນ​​ໜຸ່ມສ້າງສາ​ບ້ານ​ເກີດ​ເມືອງ​ນອນ, ​​​ສົມ​ກັບ​ການ​ເສຍ​ສະຫຼະ​ຂອງລຸ້ນພໍ່ລຸ​້ນ​ອ້າຍ.

ຂ່າວ/ບົດ​ອື່ນ