(vovworld) - ໂດຍໄດ້ຮັບຄຳເຊີນຈາກການນຳສະພາແຫ່ງຊາດ ແອດສະປາຍ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແອດສະປາຍ ໃນລະຫວ່າງວັນທີ 07 – 11 ກັນຍາ. ວັນທີ 09 ກັນຍາ, ຢູ່ນະຄອນຫຼວງ ມາດິດ, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ມີການພົບປະເຈລະຈາກັບທ່ານນາງຮອງປະທານຜູ້ທີໜຶ່ງສະພາຕໍ່າແອດສະປາຍ Celia Vilalobos ແລະ ທ່ານຮອງປະທານສະພາສູງແອດສະປາຍ Juan Jose Lucas. ທີ່ບັນດາການພົບປະເຈລະຈາ, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢືນຢັນວ່າ ຫວຽດນາມ ຖືການພົວພັນຄູ່ຮ່ວມມືຍຸດທະສາດກັບແອດສະປາຍ ເປັນສຳຄັນ. ການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ຄັ້ງນີ້ ແມ່ນເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບກັບແອດສະປາຍ ເວົ້າລວມ ແລະ ສະພາແຫ່ງຊາດແອດສະປາຍ ເວົ້າສະເພາະ. ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີໃຫ້ 2 ຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຮັກສາການພົບປະດ້ານການເມືອງ ແລະ ປາດຖະໜາວ່າ ແອດສະປາຍ ຈະປະກອບສ່ວນຊຸກຍູ້ການເຈລະຈາສັນຍາການຄ້າເສລີ (FTA) ລະຫວ່າງຫວຽດນາມ - ສະຫະພາບເອີລົບ (EU); ປາດຖະໜາບັນດາວິສາຫະກິດແອດສະປາຍ ເພີ່ມທະວີການຊອກຫາກາລະໂອກາດຮ່ວມມື, ລົງທຶນຍາວນານຢູ່ຫວຽດນາມ; ຍູ້ແຮງການຮ່ວມມືກັບຫວຽດນາມ ໃນຂົງເຂດວັດທະນະທຳ, ການທ່ອງທ່ຽວ. ການນຳສະພາແຫ່ງຊາດ 2 ປະເທດ ຢືນຢັນຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນຊຸກຍູ້ການພົວພັນຮ່ວມມືຢ່າງບໍ່ຢຸດຢັ້ງ, ເພີ່ມພູນຄຸນສ້າງໃຫ້ສາຍພົວພັນມິດຕະພາບລະຫວ່າງ 2 ຊາດ ຫວຽດນາມ - ແອດສະປາຍ ໄດ້ຮັບບັນດາຜົນສຳເລັດໃໝ່.