(vovworld) - ໃນຂອບເຂດການຢ້ຽມຢາມລາຊະອານາຈັກອັງກິດ, ຕອນເຊົ້າວັນທີ 31/05, ທ່ານນາງ ຕ່ອງທິຟ໋ອງ, ຮອງປະທານສະພາແຫ່ງຊາດ ໄດ້ມີການເຮັດວຽກກັບທ່ານນາງ Jennette Arnold, ຮອງປະທານສະພານະຄອນ ລອນດອນ ແລະ ທ່ານນາງ Joanne McCartney, ຮອງເຈົ້າຄອງນະຄອນລອນດອນ. ໃນບົດກ່າວປາໄສຊົມເຊີຍການຢ້ຽມຢາມ, ທ່ານນາງ Jennette Arnold ເນັ້ນໜັກວ່າ, ການຢ້ຽມຢາມຂອງທ່ານນາງ ຕ່ອງທິຟ໋ອງ ໄດ້ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດສາດລະຫວ່າງ 2 ປະເທດຍິ່ງກວ່າອີກ. ສ່ວນທ່ານນາງ Joanne McCartney, ໄດ້ຕີລາຄາສູງການຢ້ຽມຢາມຂອງທ່ານນາງຕ່ອງທິຟ໋ອງ ມາຢ້ຽມຢາມປະເທດລາຊະອານາຈັກອັງກິດ ແລະ ນະຄອນລອນດອນ, ຕາມທ່ານນາງແລ້ວ, ລາຊະອານາຈັກອັງກິດ ແລະ ຫວຽດນາມ ສາມາດແບ່ງປັນໃນຫຼາຍບັນຫາ ເພື່ອແນໃສ່ຊຸກຍູ້ການພົວພັນ 2 ຝ່າຍ, ພິເສດແມ່ນໃນການຮ່ວມມືດ້ານການສຶກສາ.
ສ່ວນທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ໃຫ້ຮູ້ວ່າ, ການຢ້ຽມຢາມລາຊະອານາຈັກອັງກິດ ຄັ້ງນີ້ຂອງຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ແມ່ນເພື່ອແນໃສ່ແລກປ່ຽນບົດຮຽນກ່ຽວກັບການສ້າງລັດແຫ່ງອຳນາດກົດໝາຍ, ພ້ອມທັງຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ.