(vovworld) – ຕອນບ່າຍວັນທີ 08/03, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານ Tsutono Takebe, ທີ່ປຶກສາພິເສດສະຫະພັນລັດຖະສະພາມິດຕະພາບຍີ່ປຸ່ນ - ຫວຽດນາມ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຮັບຮູ້, ຕີລາຄາສູງບົດບາດກໍຄືການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານ Tsutono Takebe ໃນການຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃນຂົງເຂດວັດທະນະທຳ ແລະ ການສຶກສາ. ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ, ຍາມໃດສະພາແຫ່ງຊາດຫວຽດນາມ ກໍຊົມເຊີຍ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາສະມາຊິກລັດຖະສະພາ ພ້ອມກັບຜູ້ຊົງຄຸນວຸດທິ 2 ປະເທດເປີດກວ້າງການເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມືເພື່ອແນໃສ່ສ້າງຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈ, ປະກອບສ່ວນເພີ່ມທະວີ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ, ກວ້າງຂວາງ ເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນຢູ່ອາຊີ ລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ. ສ່ວນທ່ານ Tsutono Takebe ກໍ່ແຈ້ງໃຫ້ຊາບຈຸດປະສົງຂອງການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ໃນນັ້ນມີຄວາມຄືບໜ້າໃນການປະຕິບັດໂຄງການກໍ່ສ້າງມະຫາວິທະຍາໄລຫວຽດນາມ - ຍີ່ປຸ່ນ. ທ່ານ Tsutono Takebe ເນັ້ນໜັກວ່າ, ນີ້ແມ່ນໂຄງການພິເສດໂດຍສະພາແຫ່ງຊາດ 2 ປະເທດສະເໜີ, ສະແດງໃຫ້ເຫັນຄວາມມຸ່ງຫວັງ ກໍຄືຄວາມປາດຖະໜາທີ່ໄດ້ພົບປະແລກປ່ຽນ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈຂອງລຸ່ນໜຸ່ມ 2 ປະເທດ.