ທ່ານນາຍົກລັດຖະມົຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳແຂວງເທື່ອທຽນເຫ້ວ

(VOVWORLD) -ຕອນບ່າຍວັນທີ 2 ມັງກອນ, ຢູ່ ນະຄອນ ເຫ້ວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການເຮັດວຽກກັບການນຳຫລັກແຫລ່ງແຂວງເທື່ອທຽນເຫ້ວ ກ່ຽວກັບຫນ້າທີ່ພັດທະນາເສດຖະກິດສັງຄົມ.

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຖືວ່າ ແຂວງເທື່ອທຽນເຫ້ວ ມີພື້ນຖານໂຄງລ່າງອາດຈະພັດທະນາການທ່ອງທ່ຽວຢ່າງແຮງກວ່າ, ພັດທະນາເສດຖະກິດ ປ່າ, ທະເລໃຫ້ດີກວ່າ ແຕ່ຍັງບໍ່ທັນສ້າງໄດ້ບາດກ້າວບຸກທະລຸ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີ: ແຂວງ ເທື່ອທຽນເຫ້ວ ຕ້ອງຕັດສິນໃຈພັດທະນາຢ່າງແຮງກວ່າ, ທິດທາງບຸກທະລຸຂອງເທື່ອທຽນເຫ້ວ ຍັງຄົງແມ່ນດ້ານການທ່ອງທ່ຽວ, ການບໍລິການ ແລະ ການຮ່ວມສຳພັນເສດຖະກິດ. ສະນັ້ນ ແຂວງ ເທື່ອທຽນເຫ້ວ ຈັດຕັ້ງການບໍລິການເປັນຢ່າງດີກວ່າ. ນອກນັ້ນ ທາງແຂວງ ຕ້ອງພັດທະນາເສດຖະກິດພາກເອກະຊົນ, ພັດທະນາວິສາຫະກິດຂະຫນາດກາງ ແລະ ນ້ອຍຢ່າງແຮງ, ໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນການພັດທະນາການທ່ອງທ່ຽວ. 

ຕອບກັບ

ຂ່າວ/ບົດ​ອື່ນ