ທ່ານນາຍົກລັດຖະມົຕີເຊັ່ນອະນຸມັດຍຸດທະສາດພັດທະນການສຶກສາໄລຍະ 2011 – 2020

ທ່ານນາຍົກລັດຖະມົຕີເຊັ່ນອະນຸມັດຍຸດທະສາດພັດທະນການສຶກສາໄລຍະ 2011 – 2020 - ảnh 1
(  ພາບປະກອບ )

ຫວ່າງ​ແລ້ວ​ນີ້, ທ່ານ​ນາຍົກລັດຖະມົຕີ​​ຫວຍຽດນາມ ໄດ້ເຊັ່ນ​ອະນຸມັດ​ຍຸດ​ທະ​ສາດ​ພັດທະນການ​ສຶກສາ​ໄລຍະ 2011 – 2020 ດ້ວຍ​ຈຸດໝາຍ​ເຖິງ​ປີ 2020, ພື້ນຖານ​ການ​ສຶກສາ​ຫວຽດນາມ ຈະ​​ໄດ້​ຮັບ​ການ​ປ່ຽນ​ແປງ​ໃໝ່​ໂດຍ​ພື້ນຖານ ​ແລະ ຮອບດ້ານ ຕາມ​ມາດຕະຖານ​ສາກົນ, ທັນ​ສະ​ໄໝ ປະຊາທິປະ​ໄຕ, ຫັນ​ມາ​ເປັນ​ວຽກ​ງານ​ຂອງ​ສັງຄົມ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັນ​ສາກົນ, ຄຸນ​ນະພາ​ບການ​ສຶກສາ ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງຮອບດ້ານ.​ ຈຸດໝາຍ​ລະອຽດ​ທີ່​ໄດ້​ວາງ​ອອກ​ແມ່ນສຳ​ເລັດ​ການ​ບັນລຸ​ລະດັບ​ສຶກສາ​ຂັ້ນ​ອະນຸບານ​ຢ່າງ​ທົ່ວ​ເຖິງ​ໃຫ້​ແກ່​ເດັກ​ໄວ 5 ປີ ​ໃນ​ປີ 2015. ສຳລັບ​ການ​ສຶກສາ​ສາມັນ​ ສູ້​ຊົນ​ເຖິງ​ປີ 2020 ອັດຕາ​ນັກຮຽນ​ໄປ​ໂຮງ​ຮຽນ​ຖືກ​ກັບ​​ເກ່ັນ​ອາ​ຍຸ​ໃນ​ຂັ້ນ​ປະຖົມ​ແມ່ນ 99%, ມັດ​ທະ​ຍົມ​ຕອນຕົ້ນ​ແມ່ນ 95% ​ແລະ 80% ຈຳນວນ​ຊາວ​ໜຸ່ມ​ໃນ​​ເກ່ັນ​ອາ​ຍຸ, ​ບັນລຸ​ລະດັບ​ການ​ສຶກສາມັດ​ຖະຍົມ​ຕອນ​ປາຍ ​ແລະ ທຽບ​ເທົ່າ, ມີ 70% ຈຳນວນ​ເດັກ​ພິການ​ໄດ້​ໄປ​ໂຮງຮຽນ.​ສຳລັບ​ການ​ສຶກສາ​ດ້ານ​ວິຊາ​ຊີບ ​ແລະ ສຶກສາ​ມະຫາ​ວິທະຍາ​​ໄລ ຈະ​ດັດ​ປັບ​ໂຄງ​ປະກອບ​ຂະ​ແໜງອາຊີບ ​ແລະ ລະດັບ​ການ​ບຳລຸງ​ສ້າງ, ສູ້​ຊົນ​ເຖິງ​ປີ 2020 ອັດຕາ​ສ່ວນ​ຄົນ​ງານ​ຜ່ານ​ການ​ບຳລຸງ​ສ້າງ​ວິສາ​ຊີບ ​ແລະ ມະຫາວິທະຍາ​ໄລ ບັນລຸ​ປະມານ 70%, ອັດຕາ​ສ່ວນ​ນັກ​ສຶກສາ​ໃນ​ທຸກ​ໆ​ລະບົບ​ຂອງ​ການ​ບຳລຸງ​ສ້າງ​ແມ່ນ​ປະ​ມານ​ແຕ່ 350 – 400 ຄົນ​ໃນ​ຈຳນວນ​ປະຊາຊົນ 1 ໝື່ນ​ຄົນ ​ແລະ ອື່ນໆ.

ຂ່າວ/ບົດ​ອື່ນ