ທ່ານນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບລັດຖະມົນຕີກະຊວງກະສິກຳ ອິນເດຍ

ທ່ານນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບລັດຖະມົນຕີກະຊວງກະສິກຳ ອິນເດຍ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ​​ຕ້ອນຮັບ​ທ່ານ Sharad Pawar ລັດຖະມົນຕີກະຊວງ​ກະສິກຳ ອິນ​ເດຍ
ພາບ: TTXVN

(vovworld) - ຕອນ​ບ່າຍ​ວັນ​ທີ 2/10 ຢູ່ ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Sharad Pawar ລັດຖະມົນຕີກະຊວງ​ກະສິກຳ ອິນ​ເດຍ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ຢືນຢັນ​ນະ​ໂຍບາຍ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ ຫວຽດນາມ ​ແມ່ນ​ພ້ອມ​ກັບ ອິນ​ເດຍ ສືບ​ຕໍ່​ມານະ​ພະຍາຍາມ​ນຳ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດທະນາ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງ​ຂວາງ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກວ່າ​. ທ່ານ​ນາຍົກລັດຖະມົນຕີ ປາດ​ຖະຫນາຢາກ ກະຊວງ​ກະສິກຳ ອິນ​ເດຍ ​ແລະ ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ຈະ​ສົມທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ, ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຊຶ່ງ​ສອງ​ຝ່າຍ​ໄດ້​ເປັນ​ເອກະ​ພາບ​ກັນ ຢ່າງ​ມີ​ປະສິດທິ​ຜົນ ພ້ອມ​ທັງ​ປາດ​ຖະຫນາ​ຢາກ​ອິນ​ເດຍ ສືບ​ຕໍ່​ຮ່ວມ​ມື, ຫນູນ​ຊ່ວຍ ຫວຽດນາມ ​ໃນ​ການ​ບຳລຸງ​ສ້າງ​ແຫ​ລ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ລະດັບ​ສູງ​ກ່ຽວ​ກັບ​ກະສິກຳ.


ຂ່າວ/ບົດ​ອື່ນ