ທ່າກຳປັ່ນ Lach Huyen-Hai Phong
(ພາບ:ອິນເຕີແນັດ)
( vovworld ) – ຕອນເຊົ້າວັນທີ 26/7, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ແລະ ຜູ້ຕາງໜ້າກະຊວງ, ຂະແໜງການສູນກາງຈຳນວນ 1 ໄດ້ລົງກວດກາເຂດກໍ່ສ້າງທ່າກຳປັ່ນສາກົນ Hai Phong ຢູ່ Lach Huyen ເມືອງ Cat Hai ນະຄອນ Hai Phong. ນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ໄດ້ຊີ້ນຳນະຄອນຈົ່ງໃຫ້ບຸລິມະສິດແກ້ໄຂຄວາມຫຍຸ້ງຍາກໃນການພັດທະນາອຸດສາຫະກຳ, ໜູນຊ່ວຍດ້ານຕະຫຼາດໃຫ້ບັນດາວິສາຫະກິດທຳການຜະລິດ, ດຳເນີນທຸລະກິດໃນບໍລິເວນ, ໜູນຊ່ວຍຄວາມສາມາດສຳພັດກັບທຶນໃຫ້ແກ່ວິສາຫະກິດ. ທາງນະຄອນຕ້ອງເພີ່ມທະວີຍົກສູງກຳລັງການຜະລິດຂອງທ່າກຳປັ່ນ, ສ້າງກຳລັງໜູນ ຍູ້ແຮງການດຶງດູດເງິນລົງທຶນຂອງຕ່າງປະເທດ, ພ້ອມກັນນັ້ນນຳໃຊ້ທ່າໄດ້ປຽບສະດວກສະບາຍໃຫ້ແກ່ການພັດທະນາບັນດາເຂດອຸດສາຫະກຳ, ເຂດເສດຖະກິດ; ຍູ້ແຮງການພັດທະນາພື້ນຖຸານໂຄງລ່າງເພື່ອດຶງດູດບັນດາໂຄງການລົງທຶນເຕັກໂນໂລຊີສູງ. ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ກໍ່ສະເໜີໃຫ້ບັນດາກະຊວງຂະແໜງການສູນກາງຈົ່ງພິຈາລະນາບັນດາຂໍ້ສະເໜີຂອງ Hai Phong ເພື່ອມີມາດຕະການໜູນຊ່ວຍ, ແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການພັດທະນາຂອງນະຄອນໃນຊຸມເດືອນທ້າຍປີ, ໂດຍສະເພາະແມ່ນສຳລັບບັນດາໂຄງການພື້ນຖານໂຄງລ່າງຄື: ເສັ້ນທາງດ່ວນ Ha Noi-Hai Phong; ຂູດທ່າກຳປັ່ນ Hai Phong. ສູ້ຊົນນຳໂຄງການທ່າກຳປັ່ນ Lach Huyen-Hai Phong ເຂົ້າເຄື່ອນໄຫວໃນປີ 2016.
ໃນຕອນເຊົ້າຂອງວັນດຽວກັນ, ຢູ່ເມືອງ Cat Hai, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ໄດ້ມີການເຮັດວຽກກັບການນຳຫລັກແຫຼ່ງນະຄອນ Hai Phong ກ່ຽວກັບສະພາບການປະຕິບັດໜ້າທີ່ພັດທະນາເສດຖະກິດສັງຄົທຂອງທ້ອງຖິ່ນ. ກ່າວຄຳເຫັນສະຫລຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ຮຽກຮ້ອງໃຫ້ນະຄອນ Hai Phong ຈົ່ງມານະພະຍາຍາມ, ສຸມໃສ່ຊີ້ນຳ ແລະ ປະຕິບັດບັນດາມາດຕະການຢ່າງຄົບຊຸດ, ຂ້ຽວຂາດ, ສູ້ຊົນສຳເລັດບັນດາຄາດໝາຍ, ໜ້າທີ່ໄດ້ວາງອອກໃນທັງປີນີ້, ຊຸກຍູ້ການຜະລິດດຳເນີນທຸລະກິດອຸດສາຫະກຳ-ກະສິກຳ ແລະ ການບໍລິການ….. ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ຮຽກຮ້ອງໃຫ້ທາງນະຄອນຕ້ອງຍູ້ແຮງການດຶງດູດເງິນລົງທຶນຂອງຕ່າງປະເທດ, ໂດຍສະເພາະແມ່ນຕະຫຼາດຍີ່ປຸ່ນ ແລະ ສເກົາຫຼີ. ທ່ານນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ເນັ້ນໜັກວ່າ:
“ຕ້ອງເອົາໃຈໃສ່ວ່າ ການດຶງດູດເງິນລົງທຶນຂອງຕ່າງປະເທດຕ້ອງແມ່ນເຕັກໂນໂລຊີສູງ, ໃຊ້ພະລັງງານໜ້ອຍ, ຮັບປະກັນສິ່ງແວດລ້ອມ ແລະ ຕ້ອງຜະລິດໄດ້ບັນດາຜະລິດຕະພັນມີມູນຄ່າເພີ່ມສູງ, ຄືແນວນັ້ນຈະປະກອບສ່ວນຫັນປ່ຽນໂຄງປະກອບເສດຖະກິດຢ່າງໄວວາ ແລະ ມີປະສິດທິຜົນ, ຍົກສູງກຳລັງແກ່ງແຍ້ງໄດ້….“