ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ​ຮຽກ​ຮ້ອງ​ໃຫ້​ມາ​ນະ​ພະ​ຍາ​ຍາມ​ຕ້ານການກໍ່​ການ​ຮ້າຍ

(VOVWORLD) -ວັນທີ 5 ສິງຫາ, ທ່ານ ນາຍົກລັດຖະມົນຕີ ກຳປູເຈຍ Samdech Hun Sen ໄດ້ຮຽກຮ້ອງ ບັນດາຄວາມມານະພະຍາຍາມລວມເພື່ອແນໃສ່ຕໍ່ສູ້ຕ້ານການກໍ່ການຮ້າຍ ໃນພາກພື້ນ ພາຍຫຼັງເກີດເຫດວາງລະເບີດຢູ່ປະເທດ ໄທຫຼາຍຄັ້ງ ໃນອາທິດຜ່ານມາ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ​ຮຽກ​ຮ້ອງ​ໃຫ້​ມາ​ນະ​ພະ​ຍາ​ຍາມ​ຕ້ານການກໍ່​ການ​ຮ້າຍ - ảnh 1ທ່ານ ນາຍົກລັດຖະມົນຕີ ກຳປູເຈຍ Samdech Hun Sen (ພາບ: TTXVN) 

        ກ່າວຄຳເຫັນທີ່ພິທີມອບ - ຮັບໃບປະກາດສະນິຍະບັດຈົບວິທະນາຄານຕຳຫຼວດກຳປູເຈຍຢູ່ທາງທິດໃຕ້ແຂວງ Kandal ຂອງນັກສຶກສາ 1.400 ຄົນ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ ຈະໄດ້ຖະແຫຼງວ່າ ກຳປູເຈຍ ບໍ່ອະນຸຍາດໃຫ້ບໍ່ວ່າກຸ່ມກໍ່ການຮ້າຍໃດໆ ສວຍໃຊ້ຜືນແຜ່ນດິນຢູ່ປະເທດນີ້ເປັນບ່ອນຕັ້ງຖານ, ເຄື່ອນໄຫວ ການຟອກເງິນ, ການຄ້າຂາຍຢາເສບຕິດ ຫຼື ການຄ້າຂາຍອາວຸດ. ທ່ານນາຍົກລັດຖະມົນຕີ Hun Sen ໄດ້ຮຽກຮ້ອງໃຫ້ບັນດາເຈົ້າໜ້າທີ່ ກຳປູເຈຍ ຮ່ວມມືກັບສ່ວນ  ບຸກຄົນ, ອົງການທີ່ກ່ຽວຂ້ອງພາຍໃນປະເທດ ແລະ ພາກພື້ນຢ່າງແໜ້ນແຟ້ນ ເພື່ອຕໍ່ສູ້ຕ້ານການກໍ່ການຮ້າຍ, ຮັກສາສັນຕິພາບ ແລະ ປ້ອງກັນຄວາມສະຫງົບ ຢູ່ປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ