ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດ ຖະທູດ, ຫົວໜ້າກົງສູນ ຫວຽດນາມຢູ່ຕ່າງປະເທດ

ທ່ານນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດ ຖະທູດ, ຫົວໜ້າກົງສູນ ຫວຽດນາມຢູ່ຕ່າງປະເທດ - ảnh 1
ທ່ານນາຍົກລັດຖະມົນຕີຕ້ອນຮັບບັນດາເອກອັກຄະລັດຖະທູດ,
ຫົວໜ້າກົງສູນຫວຽດນາມຢູ່ຕ່າງປະເທດ Ảnh: VGP/Nhật Bắc

(vovwold) - ຕອນ​ບ່າຍ​ວັນ​ທີ 23/4, ຢູ່​ຮ່າ​ໂນ້ຍ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ໃຫ້ການ​ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແລະ ຫົວໜ້າ​ກົງ​ສູນຫວຽດນາມ​ຢູ່​ຕ່າງປະ​ເທດ (ອາຍຸ​ການ 2012-2015) 25 ທ່ານ​ ກ່ອນ​ທີ່​ຈະ​ເດີນທາງ​ໄປ​ຮັບ​ໜ້າ​ໜ້າ​ທີ່. ທ່ານນາຍົກລັດຖະມົນຕີ Nguyen Tan Dung ສະ​ເໜີ​ໃຫ້​ບັນດາ​ທ່ານເອກ​ອັກຄະ​ລັດຖະທູດ​ ​ແລະ ຫົວໜ້າ​ກົງ​ສູນຫວຽດນາມ​ຢູ່​ຕ່າງປະ​ເທດ ປະຕິບັດ​ແຜນ​ນະ​ໂຍບາຍ, ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ປະ​ເທດ​ຊາດ, ປະກອບສ່ວນ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ, ສະ​ແຫວ​ງຫາ​ທຸກ​ແຫຼ່ງກຳລັງ​ໃຫ້​ແກ່​ກິດຈະການ​ສ້າງສາ ​ແລະ ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ພ້ອມ​ທັງ, ​ເຮັດ​ໃຫ້​ເພື່ອ​ນມິດສາ​ກົນ​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ, ນັ້ນ​ແມ່ນ​ແນວທາງ​ການ​ຕ່າງປະ​ເທດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ພ້ອມ​ແລ້ວ​ທີ່​ຈະ​ເປັນ​ເພື່ອນ​ມິດ, ​ເປັນ​ຄູ່​ຮ່ວມ​ມື​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ທຸກໆ​ປະ​ເທດ, ​ເພື່ອ​ຈຸດໝາຍ​ສັນຕິພາບ, ຮ່ວມ​ມື, ພັດທະນາ, ສ້າງ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ​ກັນ​ລະຫວ່າງ​ຫວຽດນາມ​ກັບປະ​ເທດ​ຕ່າງໆ​ຢູ່​ໃນ​ໂລກ.

ຂ່າວ/ບົດ​ອື່ນ