ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢ້ຽມຢາມສະຖາບັນ Pasteur ປາຣີ

(VOVWORLD) -ທ່ານນາຍົກລັດຖະມົນຕີ ໄດ້ຂອບໃຈການນຳ, ຖັນແຖວພະນັກງານລຸ້ນຕ່າງໆທີ່ໄດ້ໜູນຊ່ວຍສະຖາບັນ Pasteur ຂອງຫວຽດນາມ ໃນຫຼາຍປີຜ່ານມາ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢ້ຽມຢາມສະຖາບັນ Pasteur ປາຣີ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ສະຖາບັນ Pasteur ປາຣີ
(ພາບ: TTXVN)

ວັນທີ 05 ພະຈິກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ສະຖາບັນ Pasteur ປາຣີ. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ໄດ້ຂອບໃຈການນຳ, ຖັນແຖວພະນັກງານລຸ້ນຕ່າງໆທີ່ໄດ້ໜູນຊ່ວຍສະຖາບັນ Pasteur ຂອງຫວຽດນາມ ໃນຫຼາຍປີຜ່ານມາ, ໂດຍສະເພາະແມ່ນດ້ານວິທະຍາສາດ, ເຕັກນິກ, ຕິດຕາມກວດກາການວິໄຈໂລກລະບາດໂຄວິດ-19 ໃນໄລຍະຜ່ານມາ. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ, ໜຶ່ງໃນບັນດາເນື້ອໃນສຳຄັນໃນການຢ້ຽມຢາມຝລັ່ງ ຢ່າງເປັນທາງການຄັ້ງນີ້ ແມ່ນຊຸກຍູ້ການຮ່ວມມື 2 ຝ່າຍກ່ຽວກັບດ້ານການແພດໃຫ້ຂຶ້ນສູ່ລະດັບສູງກວ່າ.

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ມີການພົບປະເຈລະຈາກັບທ່ານນາງ Louise Mushikiwabo ເລຂາທິການໃຫຍ່ອົງການໃຊ້ພາສາຝລັ່ງ .

ຕອບກັບ

ຂ່າວ/ບົດ​ອື່ນ