ທ່ານນາຍົກລັດຖະມົນຕີີ ຢູແກຼນ ຕັດສິນໃຈລາອອກຈາກຕໍາແໜ່ງ

(VOVWORLD) -  ທ່ານນາຍົກລັດຖະມົນຕີ ຢູແກຼນ Volodymyr Groysman ປະກາດລາອອກຈາກຕໍາແໜ່ງນັບແຕ່ວັນທີ 22 ພຶດສະພາເປັນຕົ້ນໄປ.

        ທ່ານນາຍົກລັດຖະມົນຕີ ຢູແກຼນ Volodymyr Groysman ປະກາດລາອອກຈາກຕໍາແໜ່ງນັບແຕ່ວັນທີ 22 ພຶດສະພາເປັນຕົ້ນໄປ ແລະ ຈະເຂົ້າຮ່ວມການຫາສຽງເລືອກຕັ້ງໃນການເລືອກຕັ້ງສະພາແຫ່ງຊາດທີ່ຈະມາເຖິງ. ເມື່ອປະກາດໃນທາງໂທລະພາບ, ທ່ານ Groysman ຖືວ່າ: “ຂ້າພະເຈົ້າຕັດສິນໃຈລາອອກຈາກຕໍາແໜ່ງນັບແຕ່ວັນທີ 22 ພຶດສະພາ ພາຍຫຼັງສິ້ນສຸດກອງປະຊຸມລັດຖະບານຄັ້ງຈະມາເຖິງນີ້”.

        ກ່ອນນັ້ນໃນວັນດຽວກັນ, ທ່ານ Volodymyr Zenlenskiy ໄດ້ຮັບການເລືອກຕັ້ງ ປະທານາທິບໍດີ ຢູແກຼນ ກໍເຂົ້າພິທີສາບານຕົວເຂົ້າຮັບດໍາລົງຕໍາແໜ່ງ ແລະ ແຈ້ງໃຫ້ຊາບວ່າ ຈະຍຸບເລີກສະພາແຫ່ງຊາດ ເພື່ອຈັດຕັ້ງການເລືອກຕັ້ງກ່ອນກໍານົດເວລາພາຍໃນເວລາ 2 ເດືອນ. 

ຕອບກັບ

ຂ່າວ/ບົດ​ອື່ນ