ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບອາຊີຕາເວັນອອກ
ຈັດຂຶ້ນຢູ່ນະຄອນຫຼວງບາງກອກ
(ພາບ: chinhphu.)
(vovworld) - ຕອນເຊົ້າວັນທີ 1/6, ທ່ານນາຍົກລັດຖະມົນຕີ Nguyen Tan Dung ພ້ອມກັບຄະນະຜູ້ແທນຫວຽດນາມໄດ້ກັບມາຮອດຮ່າໂນ້ຍ. ສິ້ນສຸດການເຂົ້າຮ່ວມກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບອາຊີຕາເວັນອອກ ເຊິ່ງຈັດຂຶ້ນຢູ່ນະຄອນຫຼວງບາງກອກ, ປະເທດໄທ ຢ່າງຈົບງາມ. ເວທີປາໄສເສດຖະກິດໂລກກ່ຽວກັບອາຊີຕາເວັນອອກ ເພື່ອແນໃສ່ໂຄສະນາທີ່ຕັ້ງ ກໍ່ຄືພາບພົດຂອງ ອາຊີຕາເວັນອອກ, ເຊິ່ງແມ່ນພາກພື້ນທີ່ພັດທະນາຂະຫຍັນຂັນເຂື່ອນ ແລະ ແມ່ນກຳລັງໜູນຂອງການພັດທະນາຟື້ນຟູເສດຖະກິດໂລກ. ເນື້ອໃນຕົ້ນຕໍຂອງເວທີປາໄສ ແມ່ນພັດທະນາອະນາຄົດຂອງພາກພື້ນຜ່ານການເຊື່ອມຕໍ່. ໃນການຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ Pham Quang Vinh ໄດ້ຕີລາຄາສູງຄວາມໝາຍຂອງເວທີປາໄສເສດຖະກິດໂລກກ່ຽວກັບອາຊີຕາເວັນອອກ ແລະ ການປະກອບສ່ວນຂອງຄະນະຜູ້ແທນຫວຽດນາມ.
”ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ຕີລາຄາ, ແບ່ງປັນບົດຮຽນ ແລະ ບັນດາຂໍ້ສະເໜີທີ່ສຳຄັນ. ທີໜຶ່ງແມ່ນຄວນຊຸກຍູ້ບັນດາຂອບເຂດຮ່ວມມືໃນພາກພື້ນ. ທີສອງ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ກໍ່ໄດ້ເນັ້ນໜັກເຖິງການຮັບປະກັນໃຫ້ການພັດທະນາມີລະດັບເຕີບໂຕຢ່າງໝັ້ນຄົງ. ທີສາມແມ່ນ, ການສົມທົບນະໂຍບາຍເພື່ອຮັບມືກັບການທ້າທາຍຫຼາຍຢ່າງທີ່ພວມວາງອອກຢ່າງມີປະສິດທິຜົນທີ່ສຸດ. ທີສີ່ແມ່ນ, ພາກພື້ນຕ້ອງການມີສະພາບແວດລ້ອມສັນຕິພາບ, ສະຖຽນລະພາບເພື່ອຮັບໃຊ້ໃຫ້ແກ່ການພັດທະນາ. ທ່ານນາຍົກລັດຖະມົນຕີກໍ່ເນັ້ນໜັກວ່າ, ສັນຕິພາບ ແລະ ການຮັບປະກັນຄວາມໝັ້ນຄົງຢູ່ພາກພື້ນ, ໃນນັ້ນມີທະເລຕາເວັນອອກແມ່ນມີຄວາມສຳຄັນທີ່ສຸດໃນການພັດທະນາແລະ ເຊື່ອມຕໍ່ຂອງພາກພື້ນ”.