ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບທ່ານປະທານາທິບໍດີ ອາເມລິກາ

(VOVWORLD) - ວັນທີ 12 ພະຈິກ, ພາຍຫລັງເຂົ້າຢ້ຽມຄຳນັບທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ຫງວຽນຟຸ໋ຈ້ອງ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບທ່ານປະທານາທິບໍດີ ອາເມລິກາ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະກັບທ່ານປະທານາທິບໍດີ Donald Trump (ພາບ: TTXVN)

ທີ່ການພົບປະ, ການນຳທັງ 2 ທ່ານ ຢືນຢັນຈະສືບຕໍ່ຊຸກຍູ້ການພົວພັນລະຫວ່າງ 2 ປະເທດ ບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບົບການເມືອງຂອງກັນ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ຫວຽດນາມ ພວມປົວແປງສະພາບແວດລ້ອມແຫ່ງການລົງທຶນທີ່ອຳນວຍຄວາມສະດວກກ່ວາເກົ່າ ແລະ ສົ່ງເສີມບັນດາບໍລິສັດ ອາເມລິກາ ເຂົ້າມາລົງທຶນ ດຳເນີນທຸລະກິດຢູ່ ຫວຽດນາມ.

        ສ່ວນທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຫັນດີເປັນເອກະສັນ ໂດຍຖືວ່າ: ການຮ່ວມມືທາງດ້ານ ເສດຖະກິດ - ການຄ້າ - ການລົງທຶນ ສືບຕໍ່ແມ່ນຈຸດສຸມໃນການພົວພັນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ. ທ່ານຊົມເຊີຍເລື່ອງ ຫວຽດນາມ ຕັ້ງໜ້າແກ້ໄຂບາງບັນຫາການຄ້າບຸລິມະສິດ ເຊິ່ງລວມມີການເປີດປະຕູຕະຫລາດໃຫ້ແກ່ຜະລິດຕະພັນກະເສດ, ສິນຄ້າອຸດສາຫະກຳ ແລະ ການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານຂອງ ອາເມລິກາ. ການນຳທັງ 2 ທ່ານໄດ້ແລກປ່ຽນກ່ຽວກັບສະພາບການພາກພື້ນ, ເຫັນດີເປັນເອກະສັນກັນແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ, ສອດຄອງກັບກົດໝາຍສາກົນ. 2 ຝ່າຍເຫັນດີຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນບັນດາກົນໄກຮ່ວມມືລະດັບພາກພື້ນ, ໃນນັ້ນມີກອງປະຊຸມສຸດຍອດ ອາຊີຕາເວັນອອກທີ່ຈະຈັດຂຶ້ນຢູ່ ຟີລິບປິນ ໃນມໍ່ໆມານີ້.

 

ຕອບກັບ

ຂ່າວ/ບົດ​ອື່ນ