ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽ​ນ​ຊວັນ​ຟຸກ ເຮັດ​ວຽກ​ກັບ​ ກອງ​ບັນ​ຊາ​ການ​ຕຳຫຼວດ​ທະ​ເລ ຫວຽດ​ນາມ

(VOVWORLD) -ຕອນເຊົ້າວັນທີ 11 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການ ເຈືອງຮວາບິ່ງ ໄດ້ເຮັດ ວຽກກັບກອງບັນຊາການຕຳຫຼວດທະເລ ຫວຽດນາມ.
ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫງວຽ​ນ​ຊວັນ​ຟຸກ ເຮັດ​ວຽກ​ກັບ​ ກອງ​ບັນ​ຊາ​ການ​ຕຳຫຼວດ​ທະ​ເລ ຫວຽດ​ນາມ - ảnh 1 ທ່ານນາຍົກລັດຖະມົນຕີ ໄດ້ແລກປ່ຽນໂດຍກົງທາງເຄືອຂ່າຍອິນເຕີແນັດກັບພະນັກງານ, ນັກຮົບຢູ່ບັນດາກ່ຳປັ່ນທີ່ພວມປະຕິບັດໜ້າທີ່ຢູ່ທະເລ (ພາບ:  VGP)

ກ່ອນດຳເນີນການເຮັດວຽກ, ຢູ່ສຳນັກງານກອງບັນຊາການຕຳຫຼວດທະເລ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ໄດ້ແລກປ່ຽນໂດຍກົງທາງເຄືອຂ່າຍອິນເຕີແນັດຜ່ານລະບົບດາວທຽມກັບພະນັກງານ, ນັກຮົບຢູ່ບັນດາກ່ຳປັ່ນທີ່ພວມປະຕິບັດໜ້າທີ່ຢູ່ທະເລ. ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ພະນັກງານ, ນັກຮົບປະຕິບັດວຽກງານ, ລະບຽບວິໄນໃຫ້ເປັນຢ່າງດີ, ປະຕິບັດໜ້າທີ່ຈົນສຸດຄວາມສາມາດຂອງຕົນ, ຮຽກຮ້ອງໃຫ້ຜູ້ບັນຊາບັນດາກ່ຳປັ່ນ ແລະ ກຳລັງຕຳຫຼວດທະເລເອົາໃຈໃສ່, ເບິ່ງແຍງດູແລເຖິງຊີວິດການເປັນຢູ່ຂອງພະນັກງານ, ນັກຮົບ, ຮັບປະກັນສຸຂະພາບເພື່ອປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍໃຫ້ດີທີ່ສຸດ.

        ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຮັດວຽກກັບການນຳກອງບັນຊາການຕຳຫຼວດທະເລ. ເພື່ອມອບໜ້າທີ່ຢ່າງລະອຽດໃຫ້ແກ່ກຳລັງຕຳຫຼວດທະເລ ຫວຽດນາມໃນໄລຍະຈະມາເຖິງ. ທ່ານນານຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າ ດ້ວຍໜ້າທີ່ຂອງຕົນ. ກຳລັງຕຳຫຼວດທະເລໄດ້ສຸມໃສ່ຊິີ້ນຳ, ນຳພາວຽກງານກຳ, ຕີລາຄາ, ຄາດຄະເນສະພາບຢ່າງຖືກຕ້ອງ, ເປັນຕົ້ນແມ່ນສະພາບການໃນທະເລ, ປະຕິບັດໜ້າທີ່ແມ່ນກຳລັງຮັບຜິດຊອບຂອງລັດກ່ຽວກັບການປະຕິບັດກົດໝາຍໃນທະເລໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ