ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳກະຊວງປ້ອງກັນປະເທດ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບການນຳກະຊວງປ້ອງກັນປະເທດ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເຮັດ​ວຽກ​ກັບ​ການ​ນຳ​ກະ​ຊວງ​ປ້ອງ​ກັນ​ປ​ະ​ເທດ
​ພາບ:TTXVN

(vovworld)- ​​​ຕອນ​ບ່າຍ​ວັນ​ທີ 21/6, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເຮັດ​ວຽກ​ກັບ​ການ​ນຳ​ກະ​ຊວງ​ປ້ອງ​ກັນ​ປ​ະ​ເທດ ກ່ຽວ​ກັບ​ສະ​ພາບ​ການ ແລະ ໝາກ​ຜົນ​ແຫ່ງ​ການ​ປະ​ຕິ​ບັດ​ຫນ້າ​ທີ່​ປ້ອງ​ກັນ​ຊາດ ໃນ 9 ເດືອນ​ຕົ້ນ​ປີ 2016 ແລະ ຫນ້າ​ທີ່​ຂອ​ງ​ຊຸມ​ເດືອນ​ທີ່​ຍັງ​ເຫລືອ​ຂອງ​ປີ 2016.  ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ຊວນ​ຟຸກ ຕີ​ລາ​ຄາ​​ສູງ ໃນ​ໄລ​ຍະ​ຜ່ານ​ມາ, ຫນ້າ​ທີ່​ເສດ​ຖະ​ກິດ​ ການ​ປ້ອງ​ກັນ​ຊາດ ໄດ້​ຮັບ​ການ​ຜັ​ນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ​ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ, ແມ່ນ​ບ່ອນ​ອີງ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຢູ່​ບັນ​ດາ​ທ້ອງ​ຖິ່ນ, ວຽກ​ງານ​ຮັກ​ສາ, ກໍ່​ສ້າ​ງ​ເສັ້ນ​ຊາຍ​ແດນ​ມິດ​ຕະ​ພາບ, ສັນ​ຕິ​ພາບ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ເປັນ​ຢ່າງ​ດີ, ປະ​ກອບ​ສ່ວນ​ເພ​ີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ, ການ​ພົວ​ພັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີ​ງາມ​ລະ​ຫວ່າງ​ຫວຽດ​ນາມ​ກັບ​ບັນ​ດາ​ປະ​ເທດ​ມີ​ເສັ້ນ​ຊາຍ​ແດນ​ຮ່ວມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເຫນີ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຕ້ອງ​ມີ​ຄວາມ​ສຳ​ຜັດ​ໄວ, ​ເປັນ​ເສ​ນາ​ທິ​ການ​ຢ່າງທັນການ, ສະ​ເຫນີ​ຕໍ່​ພັກ, ລັດ ບັນ​ດາ​ລັດ​ຖະ​ນະ​ໂຍ​ບາຍ​ໃນ​ການ​ປະ​ຕິ​ບັດ​ຫນ້າ​ທີ່​ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ປະ​ເທດ​ຊາດ. ພ້ອມ​ກັນ​ນັ້ນ ຍົກ​ສູງ​ກຳ​ລັງ​ຕໍ່​ສູ້, ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊ​ີ, ເປັນ​ເຈົ້າ​ພາ​ຫະ​ນະ​ອຸ​​ອາ​ວຸດຍຸດ​ທະ​ພັນ ແລະ ຖື​ວ່າ ນີ້​ແມ່ນ​ຫນ້າ​ທີ່​ຫລັກ​ແຫລ່ງ.

 

ຕອບກັບ

ຂ່າວ/ບົດ​ອື່ນ