ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບຄະນະຜູ້ແທນບັນດານັກລົງທຶນ ສິງກະໂປ

(VOVWORLD) - ຕອນບ່າຍວັນທີ 06 ເມສາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນບັນດານັກລົງທຶນຂອງ ສິງກະໂປ ໂດຍທ່ານ Douglas Foo, ປະທານສະຫະສະມາຄົມບັນດານັກຜະລິດ ສິງກະໂປ ນຳໜ້າ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບຄະນະຜູ້ແທນບັນດານັກລົງທຶນ ສິງກະໂປ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບຄະນະຜູ້ແທນບັນດານັກລົງທຶນ ສິງກະໂປ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ລັດຖະບານ ຫວຽດນາມ ສືບຕໍ່ສ້າງສະພາບແວດລ້ອມສະດວກໃຫ້ແກ່ບັນດານັກລົງທຶນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ ບັນດາການຄາດການລົງທຶນຂອງວິສາຫະກິດ ສິງກະໂປ ຈະປະກົດຜົນເປັນຈິງ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ.

        ສ່ວນທ່ານ Douglas Foo ແລະ ບັນດາສະມາຊິກໃນຄະນະລ້ວນແຕ່ສະແດງໃຫ້ເຫັນຄວາມຕັ້ງໃຈຈະມາລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ, ເປັນຕົ້ນແມ່ນຢູ່ນະຄອນ ດ່າໜັງ, ທ່ານ Douglas Foo ຖືວ່າ: ທ່ານເຫັນໄດ້ໃນອະນາຄົດພັດທະນາຂອງ ດ່າໜັງ ຄ້າຍຄືກັບການພັດທະນາຂອງ ສິງກະໂປ. ຜູ້ຕາງໜ້າບາງນັກລົງທຶນ ສິງກະໂປ ຈຳນວນໜຶ່ງໄດ້ຕີລາຄາວ່າຂະແໜງຜະລິດເອເລັກໂຕນິກ, ເຄື່ອງອາໄຫຼ່ເອເລັກໂຕນິກຢູ່ ຫວຽດນາມ ມີຄວາມສາມາດບົ່ມຊ້ອນພັດທະນາ. ສິງກະໂປ ມີທ່າແຮງທີ່ສຸດໃນຂົງເຂດນີ້ ແລະ ພ້ອມແລ້ວທີ່ຈະຮ່ວມມືກັບ ຫວຽດນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ