(vovworld) – ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ບາງແຂວງທາງພາກກາງ, ຕອນບ່າຍວັນທີ 28/09, ຢູ່ແຂວງກວາງນາມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ເຂົ້າຮ່ວມພິທີເຊື່ອມຕໍ່ໂຄງສ້າງຂົວເກືອດ້າຍ, ເຊິ່ງຄາດວ່າຈະທົດລອງໃຊ້ການໃນເດືອນ 03/2015. ໂຄງການຂົວມີລວງຍາວທັງໝົດ 18,3 ກມ, ໃນນັ້ນຕອນກາຍຂ້າມແມ່ນ້ຳ ຖູບົ່ນ, ເຊື່ອມຕໍ່ຄຸ້ມຖະໜົນເກົ່າ ໂຮ້ຍອານ ກັບບັນດາເມືອງ ຢຸຍຊວຽນ, ທັງບິ່ງ, ແມ່ນ1.48 ກມ, ຂົວ ເກືອດ້າຍ ນອນບົນເສັ້ນທາງແຄມທະເລແຫ່ງຊາດ.
ທ່ານເນັ້ນໜັກວ່າຂົວ ເກືອດ້າຍ ແມ່ນໂຄງການທີ່ມີຄວາມໝາຍສຳຄັນທີ່ສຸດກ່ຽວກັບດ້ານເສດຖະກິດ, ວັດທະນະທຳ, ສັງຄົມ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ກູ້ໄພກູ້ຊີບ… ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຢ່າງວ່ອງໄວ ແລະ ໝັ້ນຄົງຂອງແຂວງກວາງນາມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ກໍ່ໄດ້ຍ້ອງຍໍ, ຕີລາຄາສູງເຈົ້າຂອງນັກລົງທຶນ, ຫົວໜ່ວຍອອກແບບ, ບັນດາພະນັກງານ, ນັກເຕັກນິກ, ກຳມະກອນ, ຄົນງານທີ່ເຮັດວຽກຢູ່ກິດຈະກຳກໍ່ສ້າງ ໄດ້ມານະພະຍາຍາມສູ້ຊົນ, ແກ້ໄຂຄວາມຫຍຸ້ງຍາກ, ຮັບປະກັນປະຕິບັດໃຫ້ຖືກຕ້ອງຕາມຄວາມຄືບໜ້າຂອງໂຄງການ ແລະ ມາຮອດປະຈຸບັນກິດຈະກຳໄດ້ກໍ່ສ້າງສຳເລັດແລ້ວ 95%. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ປາດຖະໜາວ່າ, ແຂວງກວາງນາມ, ບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງ ສືບຕໍ່ສຸມໃສ່ຜັນຂະຫຍາຍປະຕິບັດໂຄງການໃຫ້ຖືກຕ້ອງຕາມຄວາມຄືບໜ້າ, ຮັບປະກັນຄຸນນະພາບ, ກໍ່ສ້າງສຳເລັດ ແລະ ນຳກິດຈະກຳນີ້ເຂົ້າໃຊ້ການໂດຍໄວ.