ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເປັນປະທານ ກອງປະຊຸມນັດສາມັນ ຂອງ ລັດຖະບານ

ໃນ​ລະຫວ່າງວັນ​ທີ 30/11 ​ແລະ ວັນ​ທີ 1/12 ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ ​ໄດ້​ເປັນ​ປະທານ​​ກອງ​ປະຊຸມ​ນັດ​ສາມັນ​ເດືອນ 11 ຂອງ​ລັດຖະບານ. ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢູງ  ຮຽກຮ້ອງ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງຄ​ວມ​ຄິດ​ໄລ່​ມາດ​ຕະການ​ຕ່າງໆ ​ເພື່ອ​ສະກັດ​ກັ້ນ, ຫຼຸດຜ່ອນ​ໄພ​ເງິນ​ເຟີ້​ໃນ​ທັນທີ ​ເຊິ່ງສຳຄັນ​ທີ່​ສຸດ​ແມ່ນ​ສຸມ​ໃສ່​ເຂົ້າ​ໃນ​ນະ​ໂຍບາຍ​ເງິນຕາ.
​ແລະກໍ່​ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ບັນດາ​ສະມາ​ຊິກ​ລັດຖະບານ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​​ໃຫ້​ແກ່​ບາດກ້າວ​ທຳ​ອິດ​ໃນ​ການສ້າງ​ 3 ​​ແຜນ​ຮ່າງສຳຄັນ ​ເພື່ອ​ແນ​ໃສ່​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່. ທ່າ​ນນາຍົກລັດຖະມົນຕີ​ໄດ້​ຊີ້​ແຈງ​ທັດສະນະ​ຢາກ​ສ້າງ​ໂຄງ​ປະກອບ​ການ​ລົງທຶນ​ແຫ່ງ​ລັດຄືນ​ໃໝ່​ໃຫ້​ມິ​ປະສິດທິ​ຜົນ, ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ໃນ​ການ​ຄຸ້ມ​ຄອງ​ລັດ​ຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ​ໃນ​ການວາງແຜນ​ກຳນົດ ​ແລະ ຄຸ້ມ​ຄອງ​​ແຜນ​ກຳນົດ, ພ້ອມ​ກັນ​ນັ້ນ​ກໍ່​ເຕື້ອງ​ເຖິງ​ທັດສະນະ ​​ແບ່ງ​ຂັ້ນ, ​​ແບ່ງ​ສິດ​ອຳນາດ​ຕິດ​ພັນ​ກັບ​ຄວາມ​ຮັບຜິດຊອບ.
“ຂ້າພະ​ເຈົ້າ​ສະ​ເໜີ​ສືບ​ຕໍ່​ແບ່ງ​ຂັ້ນ​ຄື ປະຈຸ​ບັນ ​ແຕ່​ຕ້ອງ​ຮັບປະກັນ ​ເປັນ​ເອກະ​ພາບ​ໃນ​ການ​ຄຸ້ມ​ຄອງ​ລັດ, ​ແບ່ງ​ຂັ້ນ, ມີ​ສິດ​ຕັດສິນ​ ​ແຕ່​ຕ້ອງ​ລົງທຶນ​ຕາມ​ແຜນ​ກຳນົດ, ພຽງ​ແຕ່​ຕັດສິນ​ເມື່ອ​ມີ​ແຫຼ່ງທຶນ, ​ເມື່ອ​ມີ​ໂຄງການ​ໄດ້​ຮັບ​ການ​ເຊັນ​ອະນຸມັດ.  ​ໂຄງການ​ທີ່​ມີ​ຄວາມ​ເປັນ​​ໄປ​​ໄດ້ ຕ້ອງ​ມີ​ຂອບ​ຂະໜາດ​ຄື​ແນວ​ໃດ, ​ແຫຼ່ງທຶນ​ຢູ່​ໄສ, ຈາກ​ນັ້ນ​ຈະ​ມີ​ປະສິດທິ​ຜົນ​ຄື​ແນວ​ໃດ.”
ບັນດາ ສະມາ​ຊິກ​ໃນ​ຄະ​ນະ​ລັດຖະບານ​ກໍ່​ປຶກສາ​ຫາລື ​ແລະ ປະກອບ​ຫຼາຍ​ມາດ​ຕະການ​ທີ່​ກ່ຽວຂ້ອງ​ເຖິງ​ການ​ກຳນົດ​ທິດ​ພັດທະນາ​ຢ່າງ​ໝັ້ນຄົງ​ຂອງ​ຫວຽດນາມ ​​ໄລຍະ 2011 - 2020.

ຂ່າວ/ບົດ​ອື່ນ