ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເຮັດວຽກກັບການນຳແຂວງ
ດັກນົງ
ພາບ:thanhtra.com.vn
|
(vovworld)- ຕອນບ່າຍວັນທີ 6/3 ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ພ້ອມກັບການນຳບາງຂະແຫນງການຂອງສູນກາງ ໄດ້ມີການເຮັດວຽກກັບການນຳແຂວງ ດັກນົງ ກ່ຽວກັບສະພາບການພັດທະນາເສດຖະກິດ ສັງຄົມ ຢູ່ທ້ອງຖິ່ນ. ຕາມບົດລາຍງານຂອງແຂວງ ດັກນົງ ແລ້ວ, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງກໍຕາມ ແຕ່ໃນປີ 2012 ແຂວງດັກນົງ ຍັງຄົງບັນລຸ ແລະ ລື່ນກາຍບັນດາຄາດໝາຍພັດທະນາເສດຖະກິດສັງຄົມທີ່ວາງອອກ, ຮັບປະກັນຊີວິດສັງຄົມ ແລະ ສະຫວັດດີການສັງຄົມ, ການປ້ອງກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ສືບຕໍ່ໄດ້ຮັບປະກັນ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ສະເຫນີແຂວງ ດັກນົງ ຄວນສຸມໃສ່ພັດທະນາບັນດາທ່າໄດ້ປຽບຂອງທ້ອງຖິ່ນ ເພື່ອສືບຕໍ່ພັດທະນາ, ກ່ອນອື່ນໝົດແມ່ນເສີມຂະຫຍາຍທ່າໄດ້ປຽບກ່ຽວກັບທີ່ດິນເພື່ອພັດທະນາກະສິກຳຕິດພັນກັບການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ພ້ອມທັງຂຸດຄົ້ນທ່າໄດ້ປຽບເພື່ອພັດທະນາໄຟຟ້ານ້ຳຕົກ, ຂຸດຄົ້ນບໍ່ແຫ່. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເນັ້ນຫນັກວ່າ:
“ເສີມຂະຫຍາຍທ່າໄດ້ປຽບ, ຜ່ານຜ່າຂໍ້ຈຳກັດ, ຄວາມຫຍຸ້ງຍາກເພື່ອພັດທະນາແບບຍືນຍົງ, ກ່ອນອື່ນໝົດແມ່ນພັດທະນາກະສິກຳ ຕິດພັນກັບການກໍ່ສ້າງຊົນນະບົດໃຫມ່, ຕິດພັນກັບການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ.ເພາະວ່າ ອັດຕາສ່ວນຜູ້ທຸກຍາກຢູ່ແຂວງ ດັກນົງຍັງສູງຢູ່.”
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຍັງໃສ່ໃຈແຂວງດັກນົງ ຄວນເອົາໃຈໃສ່ເຖິງການພັດທະນາສາທາລະນະສຸກ, ການສຶກສາບຳລຸງສ້າງ, ສືບຕໍ່ປະຕິບັດນະໂຍບາຍຮັບປະກັນຊີວິດສັງຄົມເປັນຢ່າງດີ ເພື່ອເບິ່ງແຍງຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນດີກວ່າເກົ່າ.