ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງເຮັດວຽກ ກັບການນຳແຂວງນິງທ້ວນ, ບີ່ງເຟືອກ
ທ່ານຫງວຽນເຕີນຢຸງເຮັດວຽກກັບການນຳແຂວງນິງທ້ວນ
(ພາບ: TTXVN )
(vovworld)-ທີ່ການເຮັດວຽກກັບການນຳຫຼັກແຫຼ່ງແຂວງນິງທ້ວນກ່ຽວກັບສະພາບເສດຖະກິດ-ສັງຄົມ
ຂອງທ້ອງຖິ່ນໃນຕອນບ່າຍວັນທີ 27/11, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ຕີລາຄາສູງ ບັນດາໝາກຜົນຊື່ງຄະນະ ພັກ, ອຳນາດການປົກຄອງ ແລະ ປຊຊ ບັນດາເຜົ່າແຂວງນິງທ້ວນບັນລຸໄດ້ໃນສ້າງ, ພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນໃນໄລຍະຜ່ານມາ. ທ່ານນາຍົກລັດ ຖະມົນຕີຫງວຽນເຕີນຢຸງ ສະເໜີແຂວງນິງທ້ວນ ຈົ່ງສືບຕໍ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງທ້ອງຖິ່ນຢ່າງສຸດຂີດ ເພື່ອຮັບໃຊ້ການພັດທະນາ, ໂດຍສະເພາະແມ່ນທ່າໄດ້ປຽບກ່ຽວກັບການພັດທະນາເສດຖະກິດທະເລ, ກະສິກຳ, ການທ່ອງ ທ່ຽວ, ການບໍລິການ…
ໃນຕອນບ່າຍຂອງວັນດຽວກັນ, ທີ່ການເຮັດວຽກກັບການນຳຫຼັກແຫຼ່ງແຂວງບິ່ງເຟືອກ ກ່ຽວກັບສະພາບເສດຖະ ກິດ-ສັງຄົມຂອງທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ສະເໜີໃຫ້ແຂວງບິງເຟືອກ ຈົ່ງສືບຕໍ່ບື່ນຕົວຂຶ້ນ, ປະຕິບັດສຳເລັດບັນດາຈຸດໝາຍ, ໜ້າທີ່ພັດທະນາເສດຖະກິດສັງຄົມໄດ້ວາງອອກໃນປີນີ້. ທ່ານໃສ່ໃຈວ່າ: ແຂວງບິ່ງເຟືອກ ຕ້ອງຕັ້ງໜ້າຜັນຂະຫຍາຍປະຕິບັດໂຄງການກໍ່ສ້າງຊົນນະບົດໃໝ່ ຕິດພັນກັບການພັດທະນາການປູກ ແລະ ປຸງແຕ່ງບັນດາຜະລິດຕະພັນຈາກຢາງພາລາ, ປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງ ປຊຊ…/.