ທ່ານນາຍົກລັດຖະມົນຕີ: ຫົວຄິດປະດິດສ້າງເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ

ທ່ານນາຍົກລັດຖະມົນຕີ: ຫົວຄິດປະດິດສ້າງເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ແລະ ບັນ​ດາ​ຜູ້​ມີ​ຫົວຄິດ​
ປະດິດ​ສ້າງ
(ພາບ: baomoi.com)

(vovworld) - ກ່າວ​ຄວາມ​ເຫັນ​ທີ່​ການ​ພົບ​ປະ​ກັບ​ຜູ້​ມີ​ຫົວຄິດ​ປະດິດ​ສ້າງສະໝັກ​ຫຼິ້ນ​ທີ່​ດີ​ເດັ່ນ 63 ຄົນ ​ໃນ​ປີ 2015, ​ເຊິ່ງຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 12/5, ຢູ່​ຮ່າ​ໂນ້ຍ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ, ​ເນັ້ນ​ໜັກ​ວ່າ: ພັກ, ລັດ​ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ​ແລະ ຖື​ເປັນ​ສຳຄັນ​ການ​ຄົ້ນ​ຄ້ວາ​ນຳ​ໃຊ້​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ, ​ເສີມ​ຂະຫຍາຍ​ລັກສະນະ​ຂະຫຍັນ​ຂັນ​​ເຄື່ອນ, ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ໝູ່​ປະຊາຊົນ, ​ເພື່ອ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ພ້ອມ​ທັງ​ຖື​ເປັນ​ສຳຄັນ​ການ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫົວຄິດປະດິດ​ສ້າງ​ໃນ​ໝູ່​ປະຊາຊົນ, ສົ່ງ​ເສີມ​ຜູ້​ອອກ​ແຮງ​ງານ​ແຕ່ລະຄົນ​ຄົ້ນ​ຄ້ວາ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​, ​ເພາະວ່າ​ນີ້​ແມ່ນ​ແຫຼ່ງປະດິດ​ສ້າງ​, ກຳລັງ​ແຮງ​ລົ້ນ​ເຫຼືອຂອງ​ແຕ່ລະຄົນ​ໃນ​ທຸກ​ຂົງ​ເຂດ​ຂອງ​ຊີວິດ​ການ​ເປັນ​ຢູ່. ​ໄປ​ພ້ອມ​ກັນ​ນັ້ນ​ແມ່ນ​ການ​ຄົ້ນ​ຄ້ວາ​ນຳ​ໃຊ້​ບັນດາ​ຫົວຄິດ​ປະດິດ​ສ້າງ​ດ້ານ​ວິທະຍາສາດ​ເຂົ້າ​ໃນ​ການ​ຜະລິດ ​ເພື່ອ​ປັບປຸງ​ຊີວິດ​ການ​ເປັນ​ຢູ່, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຜະລິດ, ຍົກ​ສູງ​ກຳລັງ​ແຮງ​ດ້ານ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ​ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ກໍ່​ຖື​ວ່າ, ຢາກ​ກໍ່ສ້າງ​ປະ​ເທດ​ຫວຽດນາມ​​ເອກະລາດ, ​ເອກະ​ພາບ, ສັງຄົມ​ນິຍົມ, ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ສັງຄົມ​ປະຊາທິປະ​ໄຕ, ຍຸຕິ​ທຳ, ສີວິ​ໄລ ​ແມ່ນ​ຕ້ອງ​ປະຕິ​ບັດການ​ຫັນ​ເປັນ​ປະ​ເທດອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ​ເຮັດ​ໃຫ້​ປະ​ເທດ​ພັດທະນາ​ຢ່າງ​​ໄວ ​ແລະ ໝັ້ນຄົງ. ​ໃນ​ນັ້ນ, ປັດ​ໃຈ​ທີ່​ມີ​ຄວາມ​ໝາຍ​ຕັດສິນ​ນັ້ນ​ແມ່ນ​ຕ້ອງ​ຄົ້ນ​ຄ້ວາ, ມີ​ຫົວຄິດ​ປະດິດ​ສ້າງ, ນຳ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ເຂົ້າ​ໃນ​ທຸກ​ຂົງ​ເຂ​ດຂອງ​ຊີວິດ​ສັງຄົມ, ​ເພື່ອ​ຍົກ​ສູງ​ສະມັດ​ຕະພາບ, ຄຸນ​ນະພາ​ບ, ປະສິດທິ​ຜົນ, ກຳລັງ​ແກ່ງ​ແຍ້​ງຂອງ​ຊາດ, ຂອງ​ພື້ນຖານ​ເສດຖະກິດ, ຂອງ​ວິ​ສາ​ຫະກິດ ​ແລະ ຂອງ​ຜະລິດ​ຕະພັນ​ຫວຽດນາມ.

ຂ່າວ/ບົດ​ອື່ນ