ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຊອກຮຸ້ກ່ຽວກັບຮູບແບບຄຸ້ມຄອງ, ພັດທະນາທ່າກ່ຳປັ່ນ Rotterdam, ໂຮນລັງ
(VOVWORLD) -ໃນຂອບເຂດການຢ້ຽມຢາມລາຊະອານາຈັກ ໂຮນລັງ ຢ່າງເປັນທາງການ, ຕອນເຊົ້າວັນທີ 13 ທັນວາ ຕາມເວລາທ້ອງຖິ່ນ, ຢູ່ນຄອນ La Haye, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຊອກຮູ້ກ່ຽວກັບຮູບແບບຄຸ້ມຄອງ, ພັດທະນາທ່າກ່ຳປັ່ນ Rotterdam, ໂຮນລັງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຊອກຮູ້ກ່ຽວກັບຮູບແບບຄຸ້ມຄອງ, ພັດທະນາທ່າກ່ຳປັ່ນ Rotterdam, ໂຮນລັງ |
ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ປາດຖະໜາວ່າ ໂຮນລັງ ແລະ ບໍລິສັດຄຸ້ມຄອງທ່າກ່ຳປັ່ນ Rotterdam ຮ່ວມມືກັບ ຫວຽດນາມ ໃນຂົງເຂດຂົນສົ່ງທາງທະເລ ແລະ ທ່າກ່ຳປັ່ນທະເລ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ ບໍລິສັດຄຸ້ມຄອງທ່າກ່ຳປັ່ນ Rotterdam ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆຂອງ ຫວຽດນາມ ສືບຕໍ່ຄົ້ນຄວ້າຄວາມສາມາດບົ່ມຊ້ອນກ່ຽວກັບທີ່ຕັ້ງພູມສາດ, ປະລິມານສິນຄ້າ…ຂອງ ຫວຽດນາມ ແລະ ພາກພື້ນ; ດ້ວຍຄວາມປາດຖະໜາຢາກສ້າງທ່າກ່ຳປັ່ນຄ່ຽນຖ່າຍສິນຄ້າສາກົນ ຢູ່ ຫວຽດນາມ ທີ່ມີຄວາມເຂັ້ມແຂງຢ່າງພຽງພໍເພື່ອແກ້ງແຍ້ງກັບບັນດາສູນຄ່ຽນຖ່າຍສິນຄ້າໃນພາກພື້ນ.
ນີ້ແມ່ນການເຄື່ອນໄຫວສຸດທ້າຍຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃນການຢ້ຽມຢາມລາຊະອານາຈັກ ໂຮນລັງ. ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເດີນທາງໄປຢ້ຽມຢາມລາຊະອານາຈັກ ແບນຊິກ ຢ່າງເປັນປະທາງການ, ເຂົ້າຮ່ວມກອງປະຊຸມສຸດຍອດ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນ ອາຊຽນ - ສະຫະພາບເອີຣົບ (ອີຢູ) ຄົບຮອບ 45 ປີ ຢູ່ ແບນຊິກ.
ຫວູຄວຽນ