ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34

(VOVWORLD) -   ໂດຍສືບຕໍ່ລາຍການເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ຢູ່ ບາງກອກ, ປະເທດໄທ, ຕອນເຊົ້າວັນທີ 23 ມິຖຸນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີໄຂກອງປະຊຸມ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ໄທ ປາຢຸດ ຈັນໂອຊາ, ປະທານ ອາຊຽນ 2019.

    ສານຕົ້ນຕໍ ເຊິ່ງ ໄທ ຢາກສົ່ງຜ່ານຫົວຂໍ້ “ເພີ່ມທະວີການພົວພັນຄູ່ຮ່ວມມື ເພື່ອຄວາມຍືນຍົງ” ນັ້ນແມ່ນ ກໍ່ສ້າງປະຊາຄົມ ອາຊຽນ ໃຫ້ຍືນຍົງໃນທຸກດ້ານ ນັບແຕ່ຄວາມໝັ້ນຄົງ, ເສດຖະກິດ, ຄວາມປອດໄພຂອງມະນຸດ ດ້ວຍນິຍາມທີ່ວ່າ “ສັບພະສິງຍືນຍົງ” (SOT), ໂດຍຖືນີ້ວ່າ ແມ່ນ ADN ຂອງ ອາຊຽນ ເພື່ອສືບຕໍ່ຖ່າຍທອດໃຫ້ຄົນລຸ້ນຫຼັງ. ບົນພື້ນຖານນັ້ນ, ໄທ ຈະສືບຕໍ່ຊຸກຍູ້ບັນດາຂໍ້ລິເລີ່ມ ລວມມີ ໝັ້ນຄົງກວ່າ, ວັດທະນາຖາວອນກວ່າ ແລະ ຊຸກຍູ້ການພົບປະແລກປ່ຽນປະຊາຊົນ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 - ảnh 1 ບັນດາການນໍາ ອາຊຽນ ທີ່ພິທີໄຂ (ພາບ TTXVN)

        ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້, ກ່ອນດໍາເນີນວາລະໄຂ, ຕອນເຊົ້າວັນທີ 23 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຮັດວຽກກັບທ່ານນາຍົກລັດຖະມົນຕີ ກໍາປູເຈຍ Hun – sen, ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ, ປຶກສາຫາລືກ່ຽວກັບບັນດາມາດຕະການຊຸກຍູ້ການຮ່ວມມືໃນທຸກຂົງເຂດ ລະຫວ່າງສາມປະເທດ ເພື່ອນໍາມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນແຕ່ລະປະເທດ ແລະ ປະກອບສ່ວນເຂົ້າໃນຄວາມສາມັກຄີ ແລະ ວັດທະນາຖາວອນຂອງ ອາຊຽນ.

        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 22 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ  ແລະ ບັນດາການນໍາ ອາຊຽນ ໄດ້ເຂ້ົາຮ່ວມວາລະຄົບຄະນະກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 - ảnh 2ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນຫວຽດນາມ ທີ່ວາລະປະຊຸມຄົບຄະນະ (ພາບ: VGP)

ດ້ວຍບົດບາດສືບທອດປະທານ ອາຊຽນ ໃນປີ 2020, ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ອາຊຽນ ຄວນຍູ້ແຮງການຮ່ວມສໍາພັນດ້ານເສດຖະກິດພາຍໃນກຸ່ມ, ໝູນໃຊ້ປະສິດທິຜົນຈາກບັນດາຄໍາໝັ້ນສັນຍາ ແລະ ຂໍ້ຕົກລົງທີ່ໄດ້ລົງນາມກັນ, ປະຕິບັດສໍາເລັດການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ໂດຍໄວ, ສ້າງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດທີ່ສະດວກສະບາຍ, ຍົກສູງກໍາລັງຄວາມມາດໃນການຮັບມືກັບກາລະໂອກາດ ແລະ ສິ່ງທ້າທາຍຂອງການປະຕິວັດອຸດສາຫະກໍາ 4.0 ແລະ ເອົາໃຈໃສ່ເປັນພິເສດເຖິງການເຊື່ອມຕໍ່ ແລະ ພັດທະນາບັນດາຕາໜ່າງສູນເຕັກໂນໂລຢີ 4.0.

        ກອງປະຊຸມດັ່ງກ່າວ ໄດ້ຮັບຮອງເອົາຖະແຫຼງການວິໄສທັດການນໍາ ອາຊຽນ ກ່ຽວກັບການພົວພັນຄູ່ຮ່ວມມື ເພື່ອຄວາມຍືນຍົງ; ຖະແຫຼງການຂອງບັນດາການນໍາ ອາຊຽນ ກ່ຽວກັບປີວັດທະນະທໍາ ອາຊຽນ 2019 ແລະ ຖະແຫຼງການບາງກອກ ກ່ຽວກັບການຕ້ານບັນຫາຂີ້ເຫຍື້ອຢູ່ທະເລໃນພາກພື້ນ ອາຊຽນ.


ຕອບກັບ

ຂ່າວ/ບົດ​ອື່ນ