ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫວຽດ​ນາມ ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປັບ​ປຸງ​ສະ​ມັດ​ຕະ​ພາບ​ການ​ອອກ​ແຮງ​ງານ​ແຫ່ງ​ຊາດ

(VOVWORLD) -ຕອນເຊົ້າວັນທີ 7 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມປັບປຸງສະມັດຕະພາບການອອກແຮງງານແຫ່ງຊາດ. ໂດຍມີການເຂົ້າຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ການນຳບັນດາກະຊວງ, ຂະແໜງການ, ບັນດານັກວິທະຍາສາດ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫວຽດ​ນາມ ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປັບ​ປຸງ​ສະ​ມັດ​ຕະ​ພາບ​ການ​ອອກ​ແຮງ​ງານ​ແຫ່ງ​ຊາດ     - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

        ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຖືວ່າຖ້າເອົາລວມຍອດຜະລິດຕະພັນພາຍໃນປະເທດ (GDP) ແບ່ງໃຫ້ຜູ້ອອກແຮງງານໃນທົ່ວປະເທດນັ້ນສະມັດຕະພາບການອອກແຮງງານຂອງ ຫວຽດນາມ ແມ່ນຕ່ຳ. ຕາມວິທີການຄິດໄລ່ນີ້ເມື່ອທຽບໃສ່ກັບບັນດາປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ແລ້ວ, ສະມັດຕະພາບຂອງ ຫວຽດນາມ ແມ່ນມີແຕ່ສູງກ່ວາ ລາວ, ກຳປູເຈຍ ແລະ ມຽນມາເທົ່ານັ້ນ. ທ່ານນາຍົກລັດຖະມົນຕີຖືວ່າມີສາຍເຫດຫຼາຍຢ່າງທີ່ເຮັດໃຫ້ການອອກແຮງງານມີສະມັດຕະພາບຕ່ຳ.

        ປັດຈຸບັນ ເຖິງວ່າ ສະມັດຕະພາບການອອກແຮງງານຂອງ ຫວຽດນາມ ຍັງຕ່ຳຢູ່ກໍ່ຕາມ ແຕ່ວ່າ ທ່ານນາຍົກລັດຖະມົນຕີກໍ່ໄດ້ເນັ້ນໜັ້ກເຖິງ ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການເພີ່ມທະວີສະມັດຕະພັນການອອກແຮງງານຂອງຫວຽດນາມ. ທ່ານນາຍົກລັດຖະມົນຕີກໍ່ຍົກອອກໜ້າທີ່ຈຸດສຸມເພື່ອແນໃສ່ຊຸກຍູ້ການເພີ່ມສະມັດຕະພາບໃນການອອກແຮງງານເປັນຢ່າງແຮງ…

ຕອບກັບ

ຂ່າວ/ບົດ​ອື່ນ