(vovworld) - ວັນທີ 22/01, ທ່ານນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ, ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນອະດີດຜູ້ຊ່ຽວຊານດ້ານການສຶກສາຫວຽດນາມ ທີ່ພວມຢ້ຽມຢາມລາວ ໃນລະຫວ່າງວັນທີ 21 – 27/1, ທ່ານນາຍົກລັດຖະມົນຕີລາວ ໄດ້ຕີລາຂາສູງບັນດາຜູ້ຊ່ຽວຊານດ້ານການສຶກສາຫວຽດນາມ ທີ່ໄດ້ມີການປະກອບສ່ວນຢ່າງໃຫຍ່ຫຼວງໃນວຽກງານສຶກສາບັນດາລຸ້ນພະນັກງານຂອງລາວ. ໂດຍແມ່ນຜູ້ທີ່ເຄີຍຮໍ່າຮຽນຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໄດ້ຢືນຢັນວ່າ ບັນດານັກຮຽນລຸ້ນຕ່າງໆຂອງລາວ ຍາມໃດກໍຄິດຮອດຄິດເຖິງນ້ຳໃຈຮັກແພງ, ຄວາມສຸດຈິດສຸດໃຈຂອງບັນດາຄູອາຈານຫວຽດນາມ ທີ່ມີຕໍ່ບັນດານັກສຶກສາລາວ. ຕາມທ່ານນາຍົກລັດຖະມົນຕີລາວແລ້ວ, ການຮ່ວມມືດ້ານການສຶກສາລະຫວ່າງ 2 ປະເທດແມ່ນປະຖົມປັນໃຈທີ່ສຳຄັນເພື່ອເພີ່ມທະວີນ້ຳໃຈສາມັກຄີ ແລະ ການຮ່ວມມືບໍ່ພຽງແຕ່ໃນອະດີດຕະການ, ປະຈຸບັນເທົ່ານັ້ນ, ຫາກຍັງໃນອະນາຄົດອີກດ້ວຍ.