ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ບັນດາກອງປະຊຸມຂັ້ນສູງກ່ຽວຂ້ອງ ຢ່າງຈົບງາມ

(VOVWORLD) -ຕອນຄໍ່າວັນທີ 15 ພະຈິກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ກັບມາຮອດຮ່າໂນ້ຍ, ສິ້ນສຸດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 33 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ຢູ່ສິງກະໂປ ຕາມຄໍາເຊີນຂອງທ່ານນາຍົກລັດຖະມົນຕີສິງກະໂປ ຫຼີຊຽນຫຼົງ.

 ໂດຍດໍາເນີນແຕ່ວັນທີ 13 – 15 ພະຈິກ 2018, ກອງປະຊຸມສຸດຍອດອາຊຽນຄັ້ງທີ 33 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ແມ່ນເຫດການສໍາຄັນທີ່ສຸດໃນປີ ຂອງ ອາຊຽນ ດ້ວຍການເຂົ້າຮ່ວມຂອງການນໍາ 10 ປະເທດ ອາຊຽນ ແລະ ບັນດາປະມຸກລັດ ແລະ ການນໍາຂອງ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອາເມລິກາ, ລັດເຊຍ, ອິນໂດເນເຊຍ, ອົດສະຕາລີ ພ້ອມດ້ວຍ ການາດາ, ຈີເລ ແລະ ກອງທຶນເງິນຕາສາກົນ. ໃນຂອບເຂດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີບັນດາບົດກ່າວປາໄສທີ່ສໍາຄັນ, ຍົກອອກບັນດາຂໍ້ສະເໜີ, ມາດຕະການ, ໄດ້ປະກອບສ່ວນເຂົ້າໃນເອກະສານ, ຂໍ້ຕົກລົງຫຼາຍສະບັບທີ່ໄດ້ຮັບການຮັບຮອງເອົາໃນກອງປະຊຸມ, ໄດ້ສ່ອງແສງເນື້ອໃນການຮ່ວມມືໃນຫຼາຍຂົງເຂດ, ໂດຍສະເພາະແມ່ນມີການພົວພັນໂດຍກົງເຖິງຜົນປະໂຫຍດຂອງປະຊາຊົນຂອງບັນດາປະເທດ ອາຊຽນ.  ທ່ານຫງວຽນຊວນຟຸກ ສືບຕໍ່ສົ່ງສານກ່ຽວກັບປະຊາຄົມອາຊຽນ ແຫ່ງສັນຕິພາບ, ສະຖຽນລະພາບ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຫົວຄິດປະດິດສ້າງ; ພ້ອມທັງຊຸກຍູ້ການຮ່ວມມືຮອບດ້ານ, ແທດຈິງ, ມີປະສິດທິຜົນກັບບັນດາຄູ່ຮ່ວມມື. ບັນດາການເຄື່ອນໄຫວທີ່ອຸດົມສົມບູນ ແລະ ບົດກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ໄດ້ເຮັດໃຫ້ພາບພົດຂອງປະເທດຫວຽດນາມ ປ່ຽນແປງໃໝ່, ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນພົ້ນເດັ່ນນັ້ນ,ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບໃນພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ