ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບທ່ານHuhMyungSooປະທານກຸ່ມບໍລິສັດGS(ສ.ເກົາຫຼີ)
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບ
ທ່ານ HuhMyungSoo ປະທານກຸ່ມບໍລິສັດGS
(vovworld) - ທີ່ການຕ້ອນຮັບ ທ່ານ Huh Myung Soo ປະທານກຸ່ມບໍລິສັດ GS (ສ.ເກົາຫຼີ) ໃນຕອນບ່າຍວັນທີ 28/09 ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ: ລັດຖະບານ ຫວຽດນາມ ກໍ່ຄືອຳນາດການປົກຄອງທ້ອງຖິ່ນ ລ້ວນແຕ່ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນຕ່າງປະເທດຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ສະເໜີກຸ່ມບໍລິສັດ GS ແລະ ຝ່າຍຕ່າງໆປະຕິບັດບັນດາຄຳໝັ້ນສັນຍາ ໃນການຜັນຂະຫຍາຍໂຄງການຮ່ວມມືການລົງທຶນຢ່າງຖືກຕ້ອງ ບົນຈິດໃຈຕ່າງຝ່າຍຕ່າງມີຜົນປະໂຫຍດ; ພ້ອມທັງ ປາດຖະໜາວ່າ: ກຸ່ມບໍລິສັດ GS ຈະສືບຕໍ່ເປີດກ້ວາງການເຄື່ອນໄຫວລົງທຶນຢູ່ ຫວຽດນາມ.
ສ່ວນທ່ານ Huh Myung Soo ໃຫ້ຮູ້ວ່າ: GS ໄດ້ເຂົ້າຮ່ວມຫລາຍໂຄງການພື້ນຖານໂຄງລ່າງຂອງ ຫວຽດນາມ ແລະ ຢືນຢັນວ່າ ກຸ່ມບໍລິສັດ GS ຍາມໃດກໍ່ຮັກສາອິດທິພົນຊື່ສຽງ, ມານະພະຍາຍາມປະກອບສ່ວນເຂົ້າການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ, ສືບຕໍ່ມານະພະຍາຍາມປະຕິບັດບັນດາຄຳໝັ້ນສັນຍາລົງທຶນຂອງຕົນ.