ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີໄທ ສົມຄິດ ຈະຕຸສີພິທັກ
ພາບ:vov
|
(vovworld)- ຕອນບ່າຍວັນທີ 25/10 ຢູ່ ສູນກອງປະຊຸມແຫ່ງຊາດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີໄທ ສົມຄິດ ຈະຕຸສີພິທັກ ຢູ່ນອກກອງປະຊຸມສຸດຍອດ ACMECS 7. ທີ່ການຕ້ອນຮັບ, ການນຳສອງທ່ານມີຄວາມປິຕິຊົມຊື່ນຕໍ່ການພັດທະນານັບມື້ນັບເລິກເຊິ່ງ, ໄມຕິຈິດໃນການພົວພັນດ້ານການເມືອງ, ການທູດລະຫວ່າງຫວຽດນາມ ແລະໄທ, ການຮ່ວມມືລະຫວ່າງບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນຕ່າງໆໄດ້ຮັບການເປີດກວ້າງ ແລະ ເສີມຂະຫຍາຍຢ່າງມີປະສິດທິຜົນ, ການຮ່ວມມືຢ່າງແຫນ້ນແຟ້ນກ່ຽວກັບການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ໄດ້ປະກອບສ່ວນຊຸກຍູ້ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ສະຫນິດຕິດພັນລະຫວ່າງສອງປະເທດ. ການນຳສອງທ່ານ ຢືນຢັນວ່າ ຄວາມສາມາດບົ່ມຊ້ອນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດຍັງໃຫຍ່ຫລວງຢູ່, ສອງຝ່າຍສາມາດບັນລຸຄາດໝາຍວົງເງິນການຄ້າສອງຝ່າຍ 20 ຕື້ USD ໃນປີ 2020.
ກ່ຽວກັບການຮ່ວມມືສາກົນ ແລະ ພາກພື້ນ, ສອງຝ່າຍເຫັນດີສືບຕໍ່ຮ່ວມມືຢ່າງຕັ້ງຫນ້າກັບບັນດາປະເທດ ອາຊຽນ ເພື່ອຮັກສາຄວາມສາມັກຄີ, ເສີມຂະຫຍາຍບົດບາດໃຈກາງໃນອາຊຽນ ແລະ ທັດສະນາລວມຂອງອາຊຽນ ໃນບັນດາບັນຫາພາກພື້ນ ແລະ ສາກົນ.