ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລັດຖະທູດອາເມລິກາສິ້ນສຸດການປະຕິບັດໜ້າທີ່ການທູດ

(VOVWORLD) -ຕອນເຊົ້າວັນທີ 17 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ Ted Osius ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ຫວຽດນາມ.
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລັດຖະທູດອາເມລິກາສິ້ນສຸດການປະຕິບັດໜ້າທີ່ການທູດ - ảnh 1 (ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບເອກອັກຄະລັດຖະທູດອາເມລິກາ)

ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນສືບຕໍ່ແມ່ນຈຸດສຸມ, ແມ່ນກຳລັງໜູນໃຫ້ແກ່ການພົວພັນລະຫວ່າງ 2 ປະເທດ ໃນເມື່ອການຄ້າ 2 ຝ່າຍໄດ້ເພີ່ມຂຶ້ນຈາກ 36 ຕື້ USD ໃນປີ 2014 ເຊິ່ງແມ່ນເວລາທີ່ທ່ານເອກອັກຄະລັດຖະທູດຮັບດຳລົງຕຳແໜ່ງ ຂຶ້ນເຖິງ 50 ຕື້ USD ໃນປະຈຸບັນ. ຊົມເຊີຍການຢ້ຽມຢາມຫວຽດນາມ ຂອງທ່ານປະທານາທິບໍດີອາເມລິກາ Donald Trump, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາທ່ານເອກອັກຄະລັດຖະທູດຢ່າງຕັ້ງໜ້າ ທີ່ໄດ້ປະກອບສ່ວນຍົກການພົວພັນ 2 ຝ່າຍລະຫວ່າງ 2 ປະເທດ, ສ້າງພື້ນຖານເພື່ອສືບຕໍ່ນຳການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ອາເມລິກາ ເຂົ້າສູ່ລວງເລິກ, ຍົກຂຶ້ນສູ່ລະດັບສູງກວ່າອີກໃນໄລຍະຈະມາເຖິງ, ບົນພື້ນຖານເຄົາລົບລະບອບການເມືອງຂອງກັນ.

        ສ່ວນທ່ານເອກອັກຄະລັດຖະທູດ Ted Osius ຫວັງວ່າ, ການຢ້ຽມຢາມທີ່ຈະມາເຖິງຂອງທ່ານປະທານາທິບໍດີອາເມລິກາ Donald Trump ຈະນຳການພົວພັນລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ