ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກພົບປະກັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມເສດຖະກິດການຕ່າງງປະເທດປີ2016
ພາບ:TTXVN
|
(vovworld)- ຕອນຄ່ຳວັນທີ 2/11, ກ່າວຄຳເຫັນຕໍ່ຫນ້າບັນດາຜູ້ແທນທີ່ຕາງຫນ້າໃຫ້ບັນດາອົງການການເງິນທົ່ວໂລກ, ບັນດານັກວາງນະໂຍບາຍພ້ອມດ້ວຍວິສາຫະກິດຢູ່ພາຍໃນປະເທດ ແລະ ສາກົນເຂົ້າຮ່ວມກອງປະຊຸມເສດຖະກິດການຕ່າງປະເທດປີ 2016 ເປັນຈຳນວນຫລວງຫລາຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະຫນາວ່າ ຜ່ານກອງປະຊຸມຄັ້ງນີ້, ບັນດາຜູ້ແທນ, ວິສາຫະກິດ ຈະມີຄວາມເຂົ້າໃຈຕື່ມອີກກ່ຽວກັບແຜນນະໂຍບາຍ, ນະໂຍບາຍ, ຍຸດທະສາດການພັດທະນາ ແລະ ເຊື່ອມໂຍງຂອງຫວຽດນາມ ແລະ ຊອກໄດ້ກາລະໂອກາດຮ່ວມມື, ລົງທຶນຫລາຍຢ່າງທີ່ສະດວກກວ່າ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກໃຫ້ຮູ້ວ່າ: ຫວຽດນາມ ພວມສຸມໃສ່ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່, ປະຕິບັດບັນດາບາດກ້າວບຸກທະລຸຍຸດທະສາດ ເພື່ອປ່ຽນໃຫມ່ຮູບແບບການເຕີບໂຕ; ພັດທະນາ ໂດຍອີງໃສ່ກຳລັງແກ້ງແຍ້ງ, ທ່າໄດ້ປຽບ; ຕັ້ງຫນ້າໃນການເຊື່ອມໂຍງ, ເຂົ້າຮ່ວມເຄືອຂ່າຍການຜະລິດ, ລະບົບມູນຄ່າທົ່ວໂລກ ແລະ ເພີ່ມທະວີກຳລັງຄວາມສາມາດເພື່ອເຂົ້າຮ່ວມບັນດາຂັ້ນຕອນມີມູນຄ່າເພີ່ມສູງ ແລະ ຍົກລະດັບພັດທະນາຂອງພື້ນຖານເສດຖະກິດ.
“ກາລະໂອກາດພວມຢູ່ໃນພາຍພາກຫນ້າ, ເພື່ອຍາດແຍ່ງກາລະໂອກາດແຫ່ງການພັດທະນາ, ຫວຽດນາມ ຕ້ອງມີກຳລັງແຮງຢ່າງພຽງພໍຜ່ານຜ່າຄວາມຫຍຸ້ງຍາກເພື່ອກ້າວຂຶ້ນ, ລັດຖະບານຫວຽດນາມ ມີຄວາມເຊື່ອໝັ້ນ, ຕັດສິນໃຈເພື່ອປ່ຽນແປງຕົນເອງ, ສຸມໃສ່ສ້າງລັດຖະບານບໍລິສຸດຜຸດຜ່ອງ, ຊື່ງຕົງ, ມີນະໂຍບາຍມາດຕະການອັນເໝາະສົມເພື່ອຮັບໃຊ້ປະຊາຊົນ ແລະ ວິສາຫະກິດ. ພວກຂ້າພະເຈົ້າຈະສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ວິສາຫະກິດ, ຖືຜົນສຳເລັດຂອງວິສາຫະກິດຄືດັ່ງຜົນສຳເລັດຂອງຕົນ. ພ້ອມກັນນັ້ນ ລັດຖະບານ ມານະພະຍາຍາມມີການກະທຳເພື່ອສ້າງບັນດາປັດໄຈພື້ນຖານໃຫ້ແກ່ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ.”
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍຢືນຢັນວ່າ: ລັດຖະບານ ມີຄວາມເອົາໃຈໃສ່ສ້າງກອບກົດໝາຍໃຫ້ເໝາະສົມກັບກົນໄກການຕະຫລາດ, ເງື່ອນໄຂຂອງຫວຽດນາມ ແລະ ເໝາະສົມກັບບັນດາຄຳໝັ້ນສັນຍາໃນການເຊື່ອມໂຍງ, ນຳທຽມສາກົນ.