ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫງວຽນ​ຊວັນ​ຟຸກ​ສົ່ງ​ຈົດ​ໝາຍ​ລະ​ດົ​ມ​ກຳ​ລັງ​ໃຈ​​ບັນ​ດາ​ແພດ​ໝໍ, ພະ​ນັກ​ງານ, ພາ​ລະ​ກອນ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ

(VOVWORLD) -ວັນທີ 25 ມີນາ, ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກໄດ້ສົ່ງຈົດໝາຍລະດົມກຳລັງໃຈບັນດາແພດໝໍ, ພະນັກງານ, ພາລະກອນຂະແໜງສາທາລະນະສຸກ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຫງວຽນ​ຊວັນ​ຟຸກ​ສົ່ງ​ຈົດ​ໝາຍ​ລະ​ດົ​ມ​ກຳ​ລັງ​ໃຈ​​ບັນ​ດາ​ແພດ​ໝໍ, ພະ​ນັກ​ງານ, ພາ​ລະ​ກອນ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ - ảnh 1 ທ່ານນາຍົກລັດລັດຖະມົນຕີກໍ່ສະເໜີໃຫ້ພໍ່ແມ່ປະຊາຊົນ, ທົ່ວປະເທດສືບຕໍ່ລະດົມກຳລັງໃຈ, ແບ່ງປັນ, ຮ່ວມແຮງຮ່ວມໃຈສະໜັບສະໜູນບັນດານັກຮົບເສື້ອຂາວໃນບັ້ນຕໍ່ສູ້ກັບໂລກລະບາດ Covid – 19 

(ພາບ: TTXVN)

ໃນຈົດໝາຍໄດ້ຊີ້ແຈ້ງວ່າ, ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ຢູ່ຫວຽດນາມບັນລຸໄດ້ບັນດາໝາກຜົນສຳຄັນ, ສະກັດກັ້ນການແຜ່ລາມເຂົ້າປະເທດຈາກພາຍນອກແລະພວມປະຕິບັດການຄວບຄຸມການແຜ່ລະບາດຢູ່ໃນວົງຄະນະຍາດໄດ້ເປັນຢ່າງດີ.

ຕໍ່ໜ້າສະພາບການໂລກລະບາດມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ແລະອາດຈະແກ່ຍາວ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ທ່ານໝໍ, ພະນັກງານ, ພາລະກອນທາງການແພດທຸກໆຄົນໃນທົ່ວປະເທດຕ້ອງມີຄວາມຕັດສິນໃຈຢ່າງສູງກ່ວາອີກ, ມີຄວາມຮັບຜິດຊອບກ່ວາອີກພ້ອມກັບບັນດາກຳລັງແລະປະຊາຊົນຄວບຄຸມໂລກລະບາດຢູ່ພາຍໃນປະເທດໃຫ້ໄດ້ໂດຍໄວ. ທ່ານນາຍົກລັດລັດຖະມົນຕີກໍ່ສະເໜີໃຫ້ພໍ່ແມ່ປະຊາຊົນ, ທົ່ວປະເທດສືບຕໍ່ລະດົມກຳລັງໃຈ, ແບ່ງປັນ, ຮ່ວມແຮງຮ່ວມໃຈສະໜັບສະໜູນບັນດານັກຮົບເສື້ອຂາວໃນບັ້ນຕໍ່ສູ້ກັບໂລກລະບາດ Covid – 19.

ຕອບກັບ

ຂ່າວ/ບົດ​ອື່ນ