ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມປະຈຳປີເວທີປາໄສເສດຖະກິດໂລກ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນຳຫນ້າຄະນະຜູ້ແທນຂັ້ນສູງຫວຽດນາມ ໄປເຂົ້າຮ່ວມກອງປະຊຸມປະຈຳປີ ເວທີປາໄສ
ເສດຖະກິດໂລກ
|
(vovworld)- ໂດຍໄດ້ຮັບຄຳເຊີນຂອງທ່ານ Klaus Schwab, ປະທານເວທີປາໄສເສດຖະກິດໂລກ, ວັນທີ 17/1, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ນຳຫນ້າຄະນະຜູ້ແທນຂັ້ນສູງຫວຽດນາມ ໄປເຂົ້າຮ່ວມກອງປະຊຸມປະຈຳປີ ເວທີປາໄສເສດຖະກິດໂລກ ຢູ່ Davos ປະເທດ ສະວິດ ແຕ່ວັນທີ 17-21/1/2017. ດ້ວຍຫົວຂໍ້ “ການນຳເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ”, ເວທີປາໄສເສດຖະກິດໂລກປີ 2017 ຄາດວ່າ ຈະມີວາລະປຶກສາຫາລືກວ່າ 300 ຄັ້ງ ກ່ຽວກັບບັນດາໝວດບັນຫາ: ຍົກສູງການຄຸມຄອງທົ່ວໂລກ; ຮັບມືກັບສະພາບຂາດຄວາມໝັ້ນຄົງ ແລະ ກໍ່ການຮ້າຍ; ຊຸກຍູ້ການພັດທະນາກວມລວມ ແລະ ຍືນຍົງໃນສະພາບການເສດຖະກິດໂລກເຕີບໂຕຢ່າງຊັກຊ້າ; ການສ້າງໂຄງປະກອບເສດຖະກິດຄືນໃຫມ່ ແລະ ການປະຕິຮູບສັງຄົມຢູ່ບັນດາປະເທດ ແລະ ພາກພື້ນ; ແລະ ການພັດທະນາບັນດາລະບົບອຸດສາຫະກຳ ແລະ ຮູບແບບທຸລະກິດໃຫມ່ໃນສະພາບປະຕິວັດອຸດສາຫະກຳຄັ້ງທີ 4.
ເຂົ້າຮ່ວມກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຈະສືບຕໍ່ສົ່ງສານຢ່າງແຮງກ່ຽວກັບແງ່ຫວັງເສດຖະກິດຫວຽດນາມ, ບັນດາຄວາມຕັດສິນໃຈຂອງຫວຽດນາມ ກ່ຽວກັບການປ່ຽນໃຫມ່ຂອງ ປະເທດຊາດຢ່າງຮອບດ້ານ ແລະ ເປັນເຈົ້າການ, ຕັ້ງຫນ້າເຊື່ອມໂຍງເຂົ້າກັບສາກົນ. ສິ່ງດັ່ງກ່າວສະແດງໃຫ້ເຫັນຄຳໝັ້ນສັນຍາສ້າງລັດຖະບານແຫ່ງການກະທຳ ແລະ ສ້າງສາພັດທະນາຂອງຫວຽດນາມໃຫ້ເໝາະສົມກັບຫົວຂໍ້ຂອງກອງປະຊຸມນັ້ນແມ່ນ “ການນຳເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ”. ກອງປະຊຸມກໍແມ່ນໂອກາດເພື່ອໃຫ້ຫວຽດນາມ ໂຄສະນາກ່ຽວກັບທີ່ຕັ້ງບົດບາດຂອງຫວຽດນາມໃນຖານະຕຳແຫນ່ງເປັນເຈົ້າພາບຈັດຕັ້ງ APEC 2017 ເພື່ອດຶງດູດຄວາມສົນໃຈ ແລະ ສະຫນັບສະຫນູນຈາກປະຊາຄົມສາກົນສຳລັບບັນດາການເຄື່ອນໄຫວຂອງປີ APEC 2017.