ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ
(ພາບ: TTXVN)
(vovworld) - ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ, ຕອນເຊົ້າວັນທີ 06/09 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງລັດຖະບານ ຫວຽດນາມ ອອກຈາກ ຮ່າໂນ້ຍ ເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 28 – 29 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງຢູ່ນະຄອນຫລວງ ວຽງຈັນ, ປະເທດ ລາວ. ໂດຍດຳເນີນໃນລະຫວ່າງວັນທີ 06 – 08/09, ກອງປະຊຸມສຸດຍອດອາຊຽນຄັ້ງທີ່ 28 – 29 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງມີການເຂົ້າຮ່ວມຂອງການນຳ 10 ປະເທດ ອາຊຽນ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອາເມລິກາ, ລັດເຊຍ, ອິນເດຍ, ອົດສະຕາລີ, ນິວຊີແລນ ແລະ ເລຂາທິການໃຫຍ່ສະຫະປະຊາຊາດ.
ກ່ອນໜ້ານັ້ນ, ວັນທີ 05/09 ຢູ່ນະຄອນຫລວງ ວຽງຈັນ ໄດ້ດຳເນີນກອງປະຊຸມຂອງບັນດາເຈົ້າໜ້າທີ່ຂັ້ນສູງ ອາຊຽນ (SOM) ເພື່ອກະກຽມໃຫ້ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 28 – 29 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ. ທ່ານ ເລຮ່ວາຍຈູງ ຮອງລັດຖະມົນຕີການຕ່າງປະເທດ ຫົວໜ້າ SOM ອາຊຽນ ຂອງ ຫວຽດນາມ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ. ທ່ານຮອງລັດຖະມົນຕີການຕ່າງປະເທດ ເລຮ່ວາຍຈູງ ໃຫ້ຮູ້ວ່າ: ນອກຈາກບັນດາເນື້ອໃນທີ່ໄດ້ປຶກສາຫາລືດັ່ງກ່າວ, ບັນດາຫົວໜ້າ SOM ອາຊຽນ ຄັ້ງນີ້ ກໍ່ແລກປ່ຽນກ່ຽວກັບເລື່ອງຈະຍື່ນສະເໜີຕໍ່ກອງປະຊຸມຂັ້ນສູງຂອງ ອາຊຽນ ແລະ ຈີນ ທີ່ຈະມາເຖິງກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ກໍ່ຄືມຸ່ງໄປເຖິງເຊັນກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວ.