ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເຂົ້າຮ່ວມພິທີລົງມືກໍ່ສ້າງໂຮງໝໍເດັກ ນະຄອນໂຮ່ຈິມີນ
ພາບ: nguyentandung.org
|
(vovworld - ຕອນເຊົ້າວັນທີ 6/12, ຢູ່ ເມືອງ ບີງແຈງ ນະຄອນ ໂຮ່ຈິມີນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ເຂົ້າຮ່ວມພິທີລົງມືກໍ່ສ້າງໂຮງໝໍເດັກ ນະຄອນໂຮ່ຈິມີນ. ນີ້ແມ່ນຫນຶ່ງໃນຈຳນວນໂຮງໝໍ 5 ແຫ່ງ ໄດ້ຮັບການກໍ່ສ້າງຕາມຂໍ້ຕົກລົງຊື່ງນາຍົກລັດຖະມົນຕີ ເຊັນອະນຸມັດ ເພື່ອປະກອບສ່ວນຍົກສູງຄຸນນະພາບການກວດແລະປິ່ນປົວພະຍາດໃຫ້ແກ່ປະຊາຊົນ, ຫລຸດຜ່ອນສະພາບຄົນເຈັບມາປິ່ນປົວຢູ່ບັນດາໂຮງໝໍສູນກາງເກີນຂອບເຂດ ຢູ່ນະຄອນໂຮ່ຈິມີນ. ກ່າວຄຳເຫັນນະພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຮຽກຮ້ອງບັນດາການນຳກະຊວງສາທາລະນະສຸກ, ນະຄອນ ໂຮ່ຈິມີນ ພ້ອມກັບບັນດາກະຊວງ, ຂະແຫນງການກ່ຽວຂ້ອງຍູ້ໄວຄວາມຄືບຫນ້າເພື່ອຜັນຂະຫຍາຍກໍ່ສ້າງໂຮງໝໍໃຫມ່ຈຳນວນຫນຶ່ງຢູ່ ນະຄອນໂຮ່ຈິມີນ. ທ່ານນາຍົກລັດຖະມົນຕີ ໃສ່ໃຈວ່າ: ການນຳນະຄອນໂຮ່ຈິມີນ ຄວນກະກຽມຊັບພະຍາກອນມະນຸດເປັນຢ່າງດີ ເພື່ອຮັບເອົາ ແລະ ນຳໃຊ້ບັນດາອຸປະກອນການແພດທັນສະໄຫມ, ນຳໂຮງໝໍເດັກເຂົ້າເຄື່ອນໄຫວຢ່າງມີປະສິດທິຜົນສູງສຸດ ເພື່ອປະກອບສ່ວນເພີ່ມທະວີວຽກງານເບິ່ງແຍງສຸຂະພາບໃຫ້ແກ່ເດັກ.