ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງເຂົ້າຮ່ວມກອງປະຊຸມສຸດຍອດແມ່ຂອງ-ຍີ່ປຸ່ນ

ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງເຂົ້າຮ່ວມກອງປະຊຸມສຸດຍອດແມ່ຂອງ-ຍີ່ປຸ່ນ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽ​ນ​ເຕີນ​ຢູງ​ເຂົ້າ​ຮ່ວມກອງ​ປະ​ຊຸມ
ພາບ:vov

(vovworld)-​ ​ ​ຕອນ​ຄ່ຳ​ວັນ​ທີ 12/11 ຢູ່​ນະ​ຄອນ​ຫລວງ Nay Pyi Taw ປະ​ເທດ​ມຽນ​ມາ​ ໄດ້​ດຳ​ເນີນ​ກອງ​ປະ​ຊຸມ​ສຸດຍອດ ແມ່​ຂອງ- ຍີ່​ປຸ່ນ ຄັ້ງ​ທີ 6 ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ບັ​ນ​ດາ​ປະ​ເທດ​ຄື: ຫວຽດ​ນາມ, ກຳ​ປູ​ເຈຍ, ລາວ, ມຽນ​ມາ, ໄທ ແລະ ຍີ່​ປຸ່ນ. ກອງ​ປະ​ຊຸມ​ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ ເຫັນ​ດີ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ​ພາກ​ພື້ນ ແມ່​ຂອງ ຮັບ​ໃຊ້​ການ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ ໃນ​ປີ 2015, ສ້າງ “ວິ​ໄສ​ທັດ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ແມ່​ຂອງ” ເພື່ອ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ລະ​ຫວ່າງ​ອະ​ນຸ​ພາກ​ພື້ນ​ແມ່ນ​້ຳ​ຂອງ ແລະ ຍີ່​ປຸ່ນ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ສະ​ເຫນີ​ລັດ​ຖະ​ບານ ຍີ່​ປຸ່ນ ຫນູນ​ຊ່ວຍ​ຄົ້ນ​ຄ້​ວາ​ຄວາມ​ເປັນ​ໄປ​ເລື່ອງ​ກໍ່​ສ້າງ​ບັນ​ດາ​ເສັ້ນ​ທາງ​ເຊື່ອມ​ຕໍ່​ແລວ​ເສດ​ຖະ​ກິດ​ທາງ​ທິດ​ໃຕ້ ແລະ ແລ​ວ​ເສດ​ຖະ​ກິດ​ທາງ​ທິດ​ຕາ​ເວັນ​ອອກ-ຕາ​ເວັນ​ຕົກ​ກັບອ​ະ​ນຸທະ​ວີບ​ ອິນ​ເດຍ​ ແລະ ພາກ​ພື້ນ ອາ​ຊ​ີ​ໃຕ້. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ​ສະ​ເຫນີ ຍີ່​ປຸ່ນ ເພີ່ມ​ທະ​ວີ​ການ​ຫນູນ​ຊ່ວຍ ຄະ​ນະ​ກຳ​ມາ​ທິ​ການ​ແມ່​ຂ​ອງ​ຜັນ​ຂະ​ຫຍາຍ​ການ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ແລະ​ພັດ​ທະ​ນາ​ແຫລ່ງ​ນ້ຳ​ແມ່​ນ້ຳ​ຂອງ​ແບບ​ຍືນ​ຍົງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຖື​ວ່າ: ຄວນ​ສຸມ​ໃສ່​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດ ແລະ ທ້ອງ​ຖິ່ນ​ຂອງ ຍີ່​ປຸ່ນ ກັບ​ວິ​ສາ​ຫະ​ກິດ ແລະ ທ້ອງ​ຖິ່ນ​​ບັນ​ດາປະ​ເທດ​ແມ່​ຂອງ​ໃນ​ຂົງ​ເຂດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຈຳ​ນວນ​ຫນຶ່ງ​ຄື: ກະ​ສິ​ກຳ, ສິນ​ໃນ​ນ້ຳ, logistics..

        ກ່ອນ​ຫນ້ານັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ ອາ​ຊຽນ ກັບແຕ່​ລະ​ປະ​ເທດ​ຄູ່​ເຈ​ລະ​ຈາ ລວ​ມ​ມີ: ​ອິນ​ເດຍ, ຍີ່​ປຸ່ນ, ສ​ປ​ຊ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ສຸດຍອດ​ສະ​ເຫລີມ​ສະ​ຫລອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄ​ູ່​ຮ່ວມ​ມື ອາ​ຊຽນ -ອົດ​ສະ​ຕາ​ລີ. ເມື່ອ​ແລກ​ປ່ຽນ​ຫລາຍ​ບັນ​ຫາ​​ພາກ​ພື້ນ ແລະ ສາ​ກົນທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ໃນ​ນັ້ນ​ມີ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ການ​ນຳ​ບັນ​ດາ​ປະ​ເທດ ເນັ້ນ​ຫນັກ​ເຖິງ​ການ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ສະ​ຖຽນ​ລະ​ພາບ​ຢູ່​ພາກ​ພື້ນ, ຮັບ​ປະ​ກັບ​ຄວາ​ມ​ສະ​ຫງົບ​ປອດ​ໄພ, ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ, ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ແກ້​ໄຂ​ບັນ​ດາ​ຄວາມ​ຂັດ​ແຍ້ງ​ໂດຍ​ສັນ​ຕິ​ວິ​ທີ, ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ສົນ​ທິ​ສັນ​ຍາ​ກົດ​ໝາຍ​ທະ​ເລ​ຂອງ ສ​ປ​ຊ ປີ 1982.

        ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອ​ງ​ປະ​ຊຸ​ມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 25, ຕອນ​ບ່າຍ​ວັນ​ທີ 12/11, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລັດ​ເຊຍ Dmitri Medvedev ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ Tony Abbott.

Thanh Chung ນັກ​ຂ່າວ VOV ລາຍ​ງານ​​ຂ່າວຈາກ ມຽນ​ມາ

ຂ່າວ/ບົດ​ອື່ນ