ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ
ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe
|
(vovworld)- ຕອນຄ່ຳວັນທີ 4/7, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ເດີນທາງອອກຈາກ ໂຕກຽວ ສິ້ນສຸດການຢ້ຽມຢາມ ແລະເຂົ້າຮ່ວມກອງປະຊຸມສຸດຍອດ ແມ່ນ້ຳຂອງ - ຍີ່ປຸ່ນ ຄັ້ງທີ 7 ຢ່າງຈົບງາມ ແລະ ບັນດາການເຄື່ອນໄຫວທາງການທູດສອງຝ່າຍ. ກ່ອນຫນ້ານັ້ນ ຕອນບ່າຍວັນທີ 4/7, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ເຈລະຈາກັບ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe. ນະທີ່ນີ້, ນາຍົກລັດຖະມົນຕີ ທັງສອງທ່ານ ໄດ້ເຫັນດີຮັກສາບັນດາການຢ້ຽມຢາມ, ພົບປະ, ໂອ້ລົມສົນທະຍາທຸກຂັ້ນເປັນປະຈຳ, ພິເສດ ແມ່ນຂັ້ນສູງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢ່າງເລິກເຊິ່ງກວ່າອີກ.
ກ່ຽວກັບການຮ່ວມມືເສດຖະກິດ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເຫັນດີສົມທົບນຳກັນຢ່າງແຫນ້ນແຟ້ນເພື່ອຜັນຂະຫຍາຍບັນດາໂຄງການສຳຄັນຢ່າງມີປະສິດທິຜົນ, ສ້າງວິໄສທັດໄລຍະກາງ ແລະ ຍາວ ກ່່ຽວກັບການຮ່ວມມືດ້ານກະສິກຳໃຫ້ສຳເລັດໂດຍໄວ. ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ໃຫ້ຄຳໝັ້ນສັນຍາຫນູນຊ່ວຍຫວຽດນາມກ່ຽວກັບພື້ນຖານໂຄງລ່າງ ນັບທັງຄຸນນະພາບ ແລະ ຈຳນວນ ມຸ່ງໄປເຖິງການພັດທະນາພື້ນຖານໂຄງລ່າງຄຸນນະພາບສູງ. ທ່ານນາຍົກລັດຖະມົນຕີ Shinzo Abe ກໍໝັ້ນໝາຍສະຫງວນແຫລ່ງທຶນຫນູນຊ່ວຍພັດທະນາ ODA ຢ່າງເປັນທາງການຢູ່ໃນລະດັບສູງເພື່ອຊ່ວຍຫວຽດນາມ ພັດທະນາແບບຍືນຍົງ. ທີ່ການປະຊຸມຂ່າວພາຍຫລັງການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢືນຢັນວ່າ:
“ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈ ແລະ ຕີລາຄາສູງ ທ່ານນາຍົກລັດຖະມົນຕີ Shinzo Abe ໄດ້ສະຫນັບສະຫນູນຂໍ້ສະເຫນີຂອງຫວຽດນາມ ກ່ຽວກັບການອຸປະຖຳທຶນ ODA ໄລຍະ 1 ປີ 2015 ລວມມູນຄ່າ ປະມານ 300 ຕື້ເຢັນ(ເທົ່າກັບ 3 ຕື້ USD) ໃຫ້ແກ່ບັນດາໂຄງການຕາມຄຳສະເຫນີຂອງຫວຽດນາມ.”
ນາຍົກລັດຖະມົນຕີທັງສອງທ່ານ ເຫັນດີເພີ່ມທະວີການຮ່ວມມືໃນເວທີປາໄສພາກພື້ນ ແລະ ໂລກ; ຄວາມສຳຄັນຂອງການຮັບປະກັນສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ ແລະ ການບິນ, ຮຽກຮ້ອງບັນດາຝ່າຍກ່ຽວຂ້ອງບໍ່ມີການກະທຳກໍ່ຄວາມສັບສົນຂຶ້ນຕືຶ່ມ ແລະ ເປີດກວ້າງການຂັດແຍ້ງຢູ່ທະເລຕາເວັນອອກ, ປະຕິບັດກົດໝາຍສາກົນຢ່າງເຂັ້ມງວດ. ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຢືນຢັນວ່າ: “ຂ້າພະເຈົ້າ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ແບ່ງປັນຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບສະພາບການສັບສົນຢູ່ທະເລຕາເວັນອອກໃນໄລຍະມໍ່ໆມານີ້ ພິເສດແມ່ນການກະທຳລຳພັງຝ່າຍດຽວປ່ຽນແປງສະພາບເດີມ ແລະ ກໍ່ສ້າງຖານທີ່ໝັ້ນການທະຫານຢູ່ທະເລຕາເວັນອອກ. ຂ້າພະເຈົ້າຈະຊຸກຍູ້ການຮ່ວມສຳພັນລະຫວ່າງສອງປະເທດເພື່ອມຸ່ງໄປເຖິງການຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລຢູ່ທະເລຕາເວັນອອກ.”