ທ່ານນາຍົກລັດຖະມົນຕີຫລີເຄີຊຽງສິ້ນສຸດການຢ້ຽມຢາມຫວຽດນາມເປັນທາງການຢ່າງຈົບງາມ
ທ່ານນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ແລະ ທ່ານ ນາຍົກລັດຖະມົນຕີ ຫລີເຄີຊຽງ
ພາບ:cand.com
|
(vovworld)- ຕອນບ່າຍວັນທີ 15/10, ທ່ານນາຍົກລັດຖະມົນຕີ ສປ ຈີນ ຫລີເຄີຊຽງ ໄດ້ເດີນທາງອອກຈາກ ຮ່າໂນ້ຍ ສິ້ນສຸດການຢ້ຽມຢາມຫວຽດນາມເປັນທາງການຢ່າງຈົບງາມ ແຕ່ວັນທີ 13-15/10 ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ. ສິ້ນສຸດການຢ້ຽມຢາມ, ສອງຝ່າຍໄດ້ອອກຖະແຫລງການຮ່ວມ ຫວຽດນາມ - ຈີນ, ໃນນັ້ນ ໄດ້ເນັ້ນຫນັກເຖິງຄວາມຈຳເປັນຕ້ອງປະຕິບັດຕາມບັນດາຄວາມຮັບຮູ້ລວມສຳຄັນຊື່ງການນຳຂັ້ນສູງສອງປະເທດບັນລຸໄດ້, ພັດທະນາການພົວພັນຄູ່ຮ່ວມມື, ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ຕາມທິດນຳ “ບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານ, ສະຖຽນລະພາບຍາວນານ, ມຸ່ງໄປເຖິງອະນາຄົດ ແລະ ຈິດໃຈບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມມືທີ່ດີ.” ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຫລີເຄີຊຽງ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ເຂົ້າຮ່ວມງານພົບປະແລກປ່ຽນວິສາຫະກິດ ຫວຽດນາມ - ຈີນ. ທ່ານນາຍົກລັດຖະມົນຕີ ຫລີເຄີຊຽງກໍໄດ້ເຂົ້າຮ່ວມ ງານພົບປະແລກປ່ຽນກັບຊາວຫນຸ່ມ, ນັກສຶກສາ ຫວຽດນາມ - ຈີນ ດ້ວຍຫົວຂໍ້: ສືບທອດມູນເຊື້ອມິດຕະພາບ, ເປີດອະນາຄົດອັນສົດໃສ ໂດຍມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ວັດທະນະທຳມະນຸດ ຈັດຕັ້ງຂຶ້ນ ແລະ ໄດ້ພົບປະແລກປ່ຽນຄຳເຫັນກັບການນຳສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ - ຈີນ.